ເດນິລສັນ ອະດີດນັກເຕະບຣາຊິລ ຊຸດແຊ໊ມໂລກ 2002 ປະກາດຫວນຄືນສະຫນາມໃນໄວ 44 ປີ

ເດນິລສັນ ອະດີດດາວຍິງຄ່າຕົວແພງທີ່ສຸດໃນໂລກ ທົນຄັນແຄ່ງຄັນຂາບໍ່ໄຫວ ຕັດສິນໃຈຫວນກັບມາລົງສະຫນາມອີກເທື່ອຫນຶ່ງຮຽບຮ້ອຍໃນອາຍຸ 44 ປີ.
ເດນິລສັນ ອະດີດກອງກາງທີມຊາດບຣາຊິລຊຸດແຊ໊ມບານໂລກ 2002 ທົນກິ່ນສາບບານເຕະບໍ່ໄຫວຕັດສິນໃຈຫວນກັບມາຫລິ້ນກັບ ໄອບິສ ສະປອດ ຄລັບ ສະໂມສອນໃນລີກລະດັບ 2 ຂອງບຣາຊິລ ຮຽບຮ້ອຍແລ້ວ ເຖິງຈະມີອາຍຸກ້າວໄປເຖິງ 44 ປີແລ້ວກໍຕາມ.
ເດນິລສັນ ເຊິ່ງເຄີຍຫລິ້ນໃຫ້ທີມຊາດບຣາຊິລ 61 ນັດ ລະຫວ່າງປີ 1996 ເຖິງປີ 2003 ນັ້ນ ເຄີຍປະກາດແຂວນເກີບໄປແລ້ວຮອບຫນຶ່ງເມື່ອປີ 2010 ຫລັງລົງຫລິ້ນໃຫ້ຕົ້ນສັງກັດ 2 ແຫ່ງຫລ້າສຸດ ຄື ຄາວາລາ ຂອງກຣີສ ແລະ ໄຮຟອງ ຂອງຫວຽດນາມ.
ແນວໃດກໍຕາມ ຫລັງຈາກຫັນຫລັງໃຫ້ອາຊີບນັກເຕະມາຍາວນານ 12 ປີ ໃນທີ່ສຸດ ເດນິລສັນ ກໍຕັດສິນໃຈຫວນຄືສັງວຽນຫຍ້າອີກເທື່ອຫນຶ່ງກັບ ໄອບິສ ສະປອດ ຄລັບ.
ເດນິລສັນ ເປີດເຜີຍຜ່ານບັນຊີ ທະວິດເຕີ ສ່ວນຕົວວ່າ : ‘‘ ພໍ່ກັບມາແລ້ວລູກ ຕອນນີ້ຂ້ອຍເວົ້າໄດ້ແລ້ວ ມັນເປັນທາງການແລ້ວ ຫລັງຈາກໄດ້ຫາລືກັບຄົວຄົວ ພໍ່ຈຶ່ງຕັດສິນໃຈກັບມາຫລິ້ນບານເຕະອີກເທື່ອຫນຶ່ງ ຫລັງຜ່ານໄປ 12 ປີ ຈາກມື້ນີ້ຂ້ອຍຈະໃສ່ເສື້ອແຂ່ງຂອງ ibismania ’’.
ທັງນີ້ ເດນິລສັນ ເລີ່ມຕົ້ນອາຊີບນັກເຕະກັບ ເຊົາ ເປົາໂລ ກ່ອນຈະຍ້າຍໄປຢູ່ກັບ ເຣອັນ ເບຕິສ ໃນປີ 1998 ດ້ວຍຄ່າຕົວສູງເປັນສະຖິຕິໂລກໃນເວລານັ້ນເຖິງ 21.5 ລ້ານປອນ ກ່ອນຈະພະເນຈອນໄປຫລິ້ນກັບ ອັລ ບາສເຊີ ຂອງ ຊາອຸດິອາຣະເບຍ, ເອຟຊີ ດັລລັສ ຂອງສະຫະລັດ, ຄາວາລາ ແລະ ໄຮຟອງ ໃນເວລາຕໍ່ມາ.

