ໂປເຊັດຕິໂນ້ ຄູຝຶກຄົນໃໝ່ເຊວຊີ ເຜີຍວ່າລາວ ຫວັງຊ່ວຍ ເດລີ ອາລີ້ ຄືນຟອມເກັ່ງອີກຄັ້ງ

ກອງກາງຊາວອັງກິດກຳລັງຢູ່ໃນຊ່ວງຕົກຕ່ຳຂອງອາຊີບ. ຫລັງຈາກທີ່ສະແດງຟອມບໍ່ອອກໃນຕອນທ້າຍກັບ ສະເປີ ແລະ ເອຟເວີຕັນ ແລະ ໃນລະດູການຫລ້າສຸດກັບ ເບຊິກຕັດ ດ້ວຍສັນຍາຢືມໂຕ. ລາວບໍ່ຄ່ອຍໄດ້ຮັບໂອກາດລົງສະໜາມໃນຊ່ວງຫລັງ. ຍິ່ງໄປກວ່ານັ້ນ, ຍັງຖືກປະທານສະໂມສອນຕໍາຫນິກ່ຽວກັບທັດສະນະຄະຕິ ແລະ ສະພາບຈິດໃຈຂອງລາວອີກນຳ.

ເຊິ່ງ ອາລີ້ ເປັນດາວເດັ່ນໃນທີມຂອງ ໂປເຊັດຕິໂນ້, ທີ່ຊ່ວຍ ສະເປີ ລຸ້ນແຊ້ມ ພຣີເມຍລີກ ໃນປີ 2015/16 ຈົນໂຄ້ງສຸດທ້າຍ. ລວມທັງການເຂົ້າຫາຮອບສຸດທ້າຍ UEFA Champions League 2016/17, ຄູຝຶກສອນຊາວອາເຈນຕິນາພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫລືອອະດີດລຸກສິດຂອງລາວໃນທຸກໆດ້ານ.