ປະເມີນຜົນຄວາມຮູ້-ຄວາມສາມາດຂອງພະນັກງານສ່ວຍສາອາກອນ ປະຈຳແຂວງຫົວພັນ ປະຈຳປີ 2021

ອາທິດຜ່ານມານີ້, ທີ່ແຂວງຫົວພັນ, ໄດ້ຈັດກອງປະຊຸມດໍາເນີນການປະເມີນຜົນຄວາມຮູ້-ຄວາມສາມາດ ຂອງພະນັກງານສ່ວຍສາອາກອນ ປະຈໍາແຂວງຫົວພັນ, ໂດຍການເປັນປະທານຂອງທ່ານ ສູນທອນ ສຸລິສັກ ຫົວໜ້າພະແນກຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ກົມສ່ວຍສາອາກອນ ກະຊວງການເງິນ ແລະ ທ່ານ ສີສຸພັນ ແພງຄໍາມີ ຮັກສາການຫົວໜ້າສ່ວຍສາອາກອນ ປະຈໍາແຂວງຫົວພັນ, ໂດຍມີຜູ້ເຂົ້າຮ່ວມປະເມີນຜົນມາຈາກສ່ວຍສາອາກອນ ປະຈໍາແຂວງ, ສ່ວຍສາອາກອນ ປະຈໍາເມືອງ ແລະ ຄະນະຮັບຜິດຊອບການປະເມີນຜົນເຂົ້າຮ່ວມ.
ວຽກງານການປະເມີນຜົນຄວາມຮູ້-ຄວາມສາມາດ ເປັນວຽກງານໜຶ່ງທີ່ຂະແໜງສ່ວຍສາອາກອນ ຕ້ອງໄດ້ຈັດເປັນບຸລິມະສິດທີ່ສໍາຄັນໃນການຜັນຂະຫຍາຍແຜນຍຸດທະສາດຂອງຂະແໜງການເງິນ, ຕໍ່ກັບການຫັນວຽກງານການຄຸ້ມຄອງການເງິນຕາມລະບຽບ-ກົດໝາຍ ແລະ ຫັນໄປສູ່ລະບົບທັນສະໄໝເວົ້າລວມເວົ້າສະເພາະແມ່ນການຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ, ແນ່ໃສ່ປັບປຸງກົນໄກ, ວິທີການທີ່ເປັນເອກະພາບບົນພື້ນຖານລະບຽບກົດໝາຍທີ່ໄດ້ກຳນົດໄວ້ການເກັບລາຍຮັບໃຫ້ມີປະສິດທິພາບ, ຖືກຕ້ອງ, ໂປ່ງໃສ, ທັນເວລາ ແລະ ສາມາດກວດສອບໄດ້ ,ສ້າງຄວາມສະດວກສະບາຍໃຫ້ແກ່ພະນັກງານ-ລັດຖະກອນຜູ້ປະຕິບັດໜ້າທີ່ວຽກງານບໍລິການ ແລະ ຜູ້ມອບອາກອນໃນການແຈ້ງ ແລະ ມອບພັນທະຂອງຕົນໄດ້ມີຄວາມເຂົ້າໃຈ ແລະ ປະຕິບັດໄດ້ຢ່າງຖືກຕ້ອງ, ເປັນເອກະພາບ,ກວ້າງຂວາງທົ່ວເຖິງໃນຂອບເຂດທົ່ວປະເທດ.
ການປະເມີນຜົນໃນຄັ້ງນີ້ມີ 4 ຫົວຂໍ້ທີ່ສໍາຄັນໃນວຽກງານສ່ວຍສາອາກອນທີ່ໄດ້ປະເມີນຄື: ວິຊາສ່ວຍສາອາກອນ, ວິຊາກວດກາອາກອນ, ວິຊາບັນຊີວິສາຫະກິດ ແລະ ວິຊາກ່ຽວກັບວຽກງານ TaxRIS ທີ່ເປັນພື້ນຖານອັນສໍາຄັນ ແລະ ຈໍາເປັນສໍາລັບພະນັກງານສ່ວຍສາອາກອນທີ່ຈະຕ້ອງໄດ້ຮັບຮູ້ເຂົ້າໃຈ ແລະ ປະຕິບັດໄດ້ຢ່າງຖືກຕ້ອງ ແລະ ເປັນເອກະພາບບົນພື້ນຖານລະບຽບກົດໝາຍໄດ້ກໍານົດໄວ້ໃນຂອບເຂດທົ່ວປະເທດ.

