ແຂວງຫລວງນໍ້າທາ ທຳລາຍເຄື່ອງອຸປະໂພກ-ບໍລິໂພກໝົດອາຍຸ

ແຫລ່ງຂ່າວແຂວງຫລວງນໍ້າທາ ລາຍງານວ່າ: ວັນທີ 7 ມີນາ 2022 ຢູ່ໂຮງໝໍຊຸມຊົນເມືອງນາແລ ໄດ້ທໍາລາຍເຄື່ອງອຸ ປະໂພກ-ບໍລິໂພກໝົດອາຍຸ ຫລັງກວດພົບ ແລະ ຢຶດໄດ້ຢູ່ຮ້ານຂາຍຍົກ ແລະ ຂາຍຍ່ອຍ 16 ຮ້ານ.

ທ່ານ ສອນເພັດ ຈັນພົມມາ ຮອງອໍານວຍການໂຮງໝໍຊຸມຊົນເມືອງນາແລ ລາຍງານວ່າ: ໃນການກວດອາຫານສໍາເລັດຮູບຕາມທ້ອງຕະຫຼາດ ແລະ ເຄື່ອງດື່ມ, ສິນຄ້າໝົດອາຍຸຢູ່ເຂດເທດສະບານເມືອງໄດ້ສົມທົບກັບເຈົ້າໜ້າທີ່ກວດກາອາຫານ ແລະ ຢາ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງ ໃນ 38 ຮ້ານ ພົບເຈົ້າຂອງຮ້ານຂາຍເຄື່ອງ 16 ຮ້ານຍັງຂາຍອາຫານ ແລະ ເຄື່ອງດື່ມໝົດອາຍຸ ເຊິ່ງສ່ວນຫລາຍແມ່ນເຂົ້າໜົມ, ນໍ້າດື່ມແປັບຊີ, ໝີ່, ສະບູ, ອາຫານກະປອງ, ຄີມລ້າງໜ້າ.