ແຂວງວຽງຈັນ ປະກາດການຈັດຕັ້ງຂອງ 3 ສາຍຕັ້ງ ສ່ວຍອາກອນ, ຄັງເງິນ ແລະ ພາສີ

ພິທີປະກາດການຈັດຕັ້ງຂອງ 3 ສາຍຕັ້ງຂອງສ່ວຍອາກອນ ປະຈຳແຂວງ, ຄັງເງິນ ປະຈຳແຂວງ ແລະ ພາສີ ປະຈຳແຂວງວຽງຈັນ, ໄດ້ຈັດຂຶ້ນໃນອາທ້າຍອາທິດຜ່ານມາຢູ່ຫ້ອງປະຊຸມພະແນກການເງິນແຂວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ, ມີຫົວໜ້າພະແນກການເງິນແຂວງ, ຄະນະພະແນກ, ພະນັກງານຫຼັກແຫຼ່ງຂອງພະແນກການເງິນເຂົ້າຮ່ວມ.
ໃນພິທີທ່ານ ຄຳເຫຼັກ ທອງສະຫວັນ ຫົວໜ້າພະແນກການເງິນແຂວງວຽງຈັນ ໄດ້ລາຍງານສະພາບການ ເຄື່ອນໄຫວຂອງວຽກງານພະແນກການເງິນແຂວງ, ໂດຍສະເພາະການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຂອງແຂວງໃນຊຸມປີຜ່ານມາ, ຊຶ່ງໃນຫຼາຍສຸມປີຜ່ານມາສາມາດເກັບລາຍຮັບໄດ້ເກີນແຜນ, ຄຸ້ມຄອງລາຍຈ່າຍບໍ່ເກີນສະພາຮັບຮອງ.
ເຖີງວ່າໃນປີ 2021 ຜ່ານມານີ້ພວກເຮົາຈະບໍ່ສາມາດເກັບລາຍຮັບໄດ້ຕາມແຜນສາເຫດຍ້ອນການແຜ່ລະ ບາດຂອງພະຍາດໂຄວິດ-19 ແລະ ບັນຫາເສດຖະກິດໂລກມີການຜັນຜວນກະທົບໃສ່ເສດຖະກິດພາຍໃນປະເທດກໍ່ຄືຂອງແຂວງເຮົາເຮັດໃຫ້ການເກັບລາຍຮັບປີ 2021 ບໍ່ໄດ້ແຜນການແຕ່ກໍຍັງສາມາດສູ້ຊົນຈັດເກັບລາຍຮັບໄດ້ເຖີງ 95%.
ໂອກາດນີ້, ຕາງໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງແຕ່ງຕັ້ງ; ສັບຊ້ອນ ແລະ ຍົກຍ້າຍ 3 ສາຍຕັ້ງຂອງພະແນກການເງິນໂດຍຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າຂະແໜງສັງລວມ, ກວດກາ ແລະ ກວດສອບຄືນການແຈ້ງພາສີ ປະຈຳແຂວງວຽງຈັນ; ສັບຊ້ອນ-ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ໜ່ວຍງານສ່ວຍສາອາກອນປະຈຳເມືອງ; ສ່ວຍສາອາກອນປະຈຳແຂວງ; ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ຄັງເງິນປະຈຳແຂວງ; ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ຄັງເງິນເມືອງຂອງແຂວງ.
ໂອກາດນນີ້, ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ, ໄດ້ມີຄຳເຫັນຕໍ່ພິທີຊຶ່ງບາງຕອນໄດ້ກ່າວວ່າ: ໂດຍປະຕິບັດຕາມກົດໝາຍວ່າດ້ວຍພະນັກງານລັດຖະກອນ ແລະ ປະຕິບັດຕາມດໍາລັດ 02/ນຍ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍ, ຊັບປ່ຽນໜ້າທີ່ ແລະ ບ່ອນປະຈໍາການຂອງພະນັກງານແລ້ວຖືວ່າມັນເປັນວຽກງານປົກກະຕິ ມື້ນີ້ຢູ່ບ່ອນນີ້ ມື້ໜ້າຍ້າຍໄປບ່ອນໃໝ່, ສະມາຊິກພັກ-ພະນັກງານຕ້ອງຕີລົບທົບໄດ້, ຕ້ອງຮູ້ຫຼາຍວຽກ, ຕ້ອງມີການຍົກຍ້າຍ, ສັບປ່ຽນໜ້າທີ່ການເມືອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະ; ຈຳ ນວນໜຶ່ງກໍ່ໄດ້ຮັບການແຕ່ງຕັ້ງຂຶ້ນໃໝ່, ສ່ຳເກົ່າ ຫຼື ລື່ນເກົ່າຢູ່ບ່ອນນີ້ໄປຢູ່ບ່ອນໃໝ່ນັ້ນແມ່ນເປັນທຳມະດາ ແລະ ເປັນວຽກປົກກະຕິຂອງສະມາຊິກພັກ-ພະນັກງານ.
ສໍາລັບຂົງເຂດການເງິນຕ້ອງໄດ້ເອົາໃຈໃສ່ສູ້ຊົນເກັບລາຍຮັບຈາກຫົວໝ່ວຍທຸລະກິດ ໃຫ້ໄດ້ຄົບຖ້ວນຕາມລະບຽບກົດໝາຍກໍານົດໄວ້ຢ່າງເຂັ້ມງວດ, ຫັນລະບົບເກັບລາຍຮັບງົບປະມານເປັນທັນສະໄໝໂດຍເຊື່ອມຕໍ່ກັບລະ ບົບທະນາຄານໃຫ້ກວ້າງຂວາງ, ເພື່ອຫຼຸດຜ່ອນການຮົ່ວໄຫຼງົບປະມານ, ແບ່ງຂັ້ນຄຸ້ມຄອງຕາມທິດ 3 ສ້າງໃຫ້ຈະແຈ້ງບໍ່ຖີ້ມໃສ່ກັນ, ສືບຕໍ່ປະຕິບັດນະໂຍບາຍ ແລະ ມາດຕະການປະຢັດໂດຍການຫັດສາຍແອວເຂົ້າຕື່ມ, ຫຼຸດລາຍຈ່າຍອັນທີ່ບໍ່ຈໍາເປັນ,ຈໍາກັດການລົງທຶນໃໝ່ ທີ່ມີຜົນຕອບແທນເສດຖະກິດຕໍ່າ, ເຂັ້ມງວດການຈັດຊື້ຈັດຈ້າງດ້ວຍທຶນຂອງລັດ, ສຸມໃສ່ປະຕິບັດຕາມຄໍາແນະນໍາຂອງກະຊວງການເງິນຢ່າງເຂັ້ມງວດຈະແມ່ນການນໍາເຂົ້ານໍ້າມັນບໍ່ໃຫ້ຮົ່ວໄຫຼ ແລະ ຄຸ້ມຄອງເກັບລາຍຮັບຈາກການນໍາເຂົ້າສິນຄ້າ, ວັດສະດຸກໍ່ສ້າງ, ເຄື່ອງໄຟຟ້າ, ເຄື່ອງອຸປະໂພກ, ບໍລິໂພກ ແລະ ອື່ນໆ ຢຸດຕິການເສຍພາສີຍ່ອຍຢູ່ດ່ານພາສີຊາຍແດນຫັນມາແຈ້ງພາສີເປັນອັນລະອຽດ, ອັດຊ່ອງຫວ່າງການຮົ່ວໄຫຼດ້ານງົບປະມານ, ສືບຕໍ່ປ້ອງກັນຕ້ານສະກັດກັ້ນພະຍາດການແຜ່ລະບາດຂອງພະຍາດ covid-19, ເປັນແບບຢ່າງເຂັ້ມງວດປະຕິບັດຕາມຄຳສັ່ງຂອງຄະນະສະເພາະກິດທັງຂອງສູນກາງ ແລະ ຂອງແຂວງ ແລະ ປະສານສົມທົບກັບທຸກພາກສ່ວນພ້ອມກັນແກ້ໄຂ, ຟື້ນຟູບັນດາຫົວໜ່ວຍທຸລະກິດທີ່ໄດ້ຮັບຜົນກະທົບຈາກ covid-19 ໃຫ້ສາມາດດຳເນີນກິດຈະການເປັນປົກກະຕິໃຫ້ສາມາດປະກອບສ່ວນເສຍພັນທະເຂົ້າງົບປະມານໄດ້ຕາມລະບຽບ.

