ວາງສີລາຈາລືກໂຄງການກໍ່ສ້າງຫໍພິພິທະພັນກອງເຂົ້າໃຫຍ່ ເມືອງພຽງ ລວມມູນຄ່າທັງໝົດ 4,6 ຕື້ກີບ

ແຫລ່ງຂ່າວ ແຂວງໄຊຍະບູລີ ລາຍງານວ່າ: ວັນທີ 29 ມັງກອນ 2022 ໄດ້ມີພິທີວາງສີລາຈາລືກໂຄງການກໍ່ສ້າງຫໍພິພິທະພັນກອງເຂົ້າໃຫຍ່ ເມືອງພຽງ ແຂວງໄຊຍະບູລີ ຢູ່ທີ່ເດີ່ນກອງເຂົ້າໃຫຍ່ບ້ານສົມສະຫວັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ເສີດ ແສງສຸລິນ ເຈົ້າເມືອງໆພຽງ, ມີບັນດາການນຳຂັ້ນແຂວງ, ການນຳຂອງເມືອງ, ຕາງໜ້າບໍລິສັດພຸດລືໄຊ, ພະສົງສາມະເນນ, ເຖົ້າແກ່ແນວໂຮມ ພ້ອມດ້ວຍປະຊາຊົນບັນດາເຜົ່າພາຍໃນເມືອງເຂົ້າຮ່ວມ.
อาจเป็นรูปภาพของ 7 คน, ผู้คนกำลังยืน และ กลางแจ้ง
ຫໍພິພິທະພັນກອງເຂົ້າໃຫຍ່ເມືອງພຽງ ໄດ້ເລີ່ມລົງມື້ກໍ່ສ້າງມາແຕ່ເດືອນພະຈິກ 2021 ເປັນຕົ້ນມາ ລວມມູນຄ່າໃນການກໍ່ສ້າງທັງໝົດ 4,6 ຕື້ກີບ ໂດຍແມ່ນ ບໍລິສັດພຸດລືໄຊ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງມີກອງເຂົ້າໃຫຍ່ 1 ກອງ ກວ້າງ 24 ແມັດ, ສູງ 29 ແມັດ, ມີກອງເຂົ້ານ້ອຍ 8 ກອງ ກວ້າງ 7 ແມັດກວ່າ, ສູງ 8 ແມັດກວ່າ.
ໃນພິທີວາງສີລາຈາລືກ ເລີ່ມຕົ້ນໂດຍການໄຕທຽນໄຊຈາກນັ້ນກໍເອົາຊາຍໃສ່ຂຸມສີລາຈາລຶກ, ຕອກເສົາມຸງຄຸນ 9 ຕົ້ນ, ວາງກ້ອນອິດເງີນອິດຄຳທອງນາກ 4 ກ້ອນ, ອ່ານແຜນສີລາຈາລືກ ແລະ ໄດ້ພ້ອມກັນວາງສີລາຈາລືກລົງໃສ່ຂຸມ, ແຕ້ມແຜນປູນເຈີມ, ວາງວັດຖຸມຸງຄຸນ, ແຜນເງີນ, ແຜນທອງ ໃສ່ຂຸມສີລາຈາລືກ ແລະ ລັ້ນຄອງ 9 ບາດ ເພຶ່ອເປັນສິລິມຸງຄຸນທີ່ມີຄວາມໝາຍຄວາມສຳຄັນເປັນປະຫວັດສາດໄວ້ໃນອານາຄົດ ແລະ ເພຶ່ອສ້າງເປັນແຫ່ງທ່ອງທ່ຽວເປັນເອກະລັກຂອງຊາວເມືອງພຽງ ແລະ ໄດ້ມີການຕັດບາດຍາດນ້ຳຖວາຍສັງຄະທານເພຶ່ອໃຫ້ເປັນບຸນເປັນກຸສົນຕື່ມອີກ.
ไม่มีคำอธิบายรูปภาพ