ຊາລາ ດີໃຈທີ່ບາເຊໂລນາສົນໃຈ, ແຕ່ມີຄວາມສຸກດີກັບພຣີເມຍລີກ

ໂມຮາເຫມັດ ຊາລາ ດາວຍິງລີເວີພູລ ຍອມຮັບຫມົດໃຈວ່າມີຄວາມສຸກທີ່ມີຂ່າວວ່າ ບາເຊໂລນາ ສົນໃຈຢາກໄດ້ໄປຮ່ວມທີມ ແຕ່ຢືນຢັນເປົ້າຫມາຍທຳອິດຄືຢູ່ກັບ ລີເວີພູລ ແລະ ຫາກການຕັດສິນໃຈຢູ່ໃນມືຂ້ອຍ ຄົງປະກາດຈະແຈ້ງວ່າຂໍຢູ່ແອນຟິລ ແຕ່ຕອນນີ້ເລື່ອງທັງຫມົດຢູ່ໃນມືຝ່າຍບໍລິຫານທີ່ຈະຕ້ອງແກ້ບັນຫາ.
ດາວຍິງທີມຊາດອີຢິບ ອາຍຸ 29 ປີ ເຊິິ່ງມີສັນຍາຫລືອຢູ່ຈົນເຖິງປີ 2023 ຍັງຄົງຕົກເປັນປະເດັນເລື່ອງສັນຍາສະບັບໃຫມ່ ເມື່ອລາວກັບໂຕແທນສ່ວນຕົວຍັງບໍ່ສາມາດຕົກລົງເງື່ອນໄຂກັບຕົ້ນສັງກັດລີເວີພູລ ໂດຍສະເພາະເລື່ອງຄ່າເມື່ອຍ.
ຫາກເກີດກໍລະນີທີ່ທັງສອງຝ່າຍບໍ່ສາມາດຕົກລົງກັນໄດ້ກ່ອນຕະຫລາດຊື້ຂາຍນັກເຕະໄລຍະລະດູການນັ້ນຈະເຮັດໃຫ້ ບາເຊໂລນາ ລ໊ອກເປົ້າທີ່ຈະຄວ້າ ຊາລາ ຫາກ ແມນເຊສເຕີ ຊິຕີ ຄວ້າ ເອີຣິງ ຮາແລນ ໄປຮ່ວມທີມ.
ຊາລາ ເຊິ່ງຍິງໄປແລ້ວ 20 ປະຕູນຳເປັນດາວຍິງສູງສຸດພຣີເມຍລີກຕອນນີ້ ເປີດໃຈກັບສື່ໃນປະເທດອີຢິບຫລັງມີຂ່າວບາເຊໂລນາສົນໃຈວ່າ : ‘‘ ເປັນສິ່ງທີ່ເຮັດໃຫ້ຂ້ອຍມີຄວາມສຸກເມື່ອທີມບາເຊໂລນາ ສົນໃຈຂ້ອຍ ແຕ່ຂ້ອຍມີຄວາມສຸກກັບລີເວີພູລ ແລະ ເຮົາຄົງຈະຕ້ອງຖ້າເບິ່ງວ່າຈະມີຫຍັງເກີດຂຶ້ນໃນອະນາຄົດ ຕອນນີ້ຂ້ອຍຢາກຫລິ້ນໃນພຣີເມຍລີກ ເພາະເປັນລີກທີ່ດີທີ່ສຸດໃນໂລກ ’’.

