ແມນຊິຕີ້ ຫວັງໄດ້ ໂຄຣສ ຮ່ວມທີມແບບບໍ່ເສຍຄ່າໂຕ ຫລັງນັກເຕະໃກ້ຫມົດສັນຍາກັບຕົ້ນສັງກັດ

Sport ສື່ກິລາຂອງແຄວ້ນກາຕາລຸນຢາ ລະບຸວ່າ ແມນເຊສເຕີ ຊິຕີ້ ພວມຈັບຕາເບິ່ງ ໂທນີ ໂທຣສ ຢ່າງຈິງຈັງ ແລະ ເຮັດການ ທາບທາມໃນລະດັບຫນຶ່ງແລ້ວ ຫລັງຈາກດາວເຕະຊາວເຢຍລະມັນໃກ້ຈະຫມົດສັນຍາກັບ ຣຽວ ມາດຣິດ.
ແມນເຊສເຕີ ຊິຕີ້ ສະໂມສອນມະຫາເສດຖີແຫ່ງເວທີ ພຣີເມຍລີກ ອັງກິດ ສົນໃຈທີ່ຈະຄວ້າ ໂທນີ ໂຄຣສ ກອງກາງ ຣຽວ ມາດຣິດ ມາຮ່ວມທີມແບບບໍ່ມີຄ່າຕົວຫລັງຈົບລະດູການນີ້ ຕາມລາຍງານຂອງ ສະປອດ ສື່ກິລາຊັ້ນນຳຂອງແຄວ້ນກາຕາລຸນຢາ.
ໂຄຣສ ເຫລືອສັນຍາກັບ ມາດຣິດ ຈົນເຖິງລະດູການໜ້າ ເທົ່ານັ້ນ ເຊິ່ງລາວສະແດງເຈດຈະນາມາໂດຍຕະຫລອດວ່າຮັກ ທີມນີ້ຫລາຍ ຈົນເຖິງຂັ້ນຢາກຢູ່ກັບສະໂມສອນໄປຈົນແຂວນເກີບ ແຕ່ຈົນເຖິງຕອນນີ້ກໍຍັງບໍ່ມີຄວາມຄືບໜ້າກ່ຽວ ກັບການຕໍ່ສັນຍາກັນເລີຍ.
ໂດຍສື່ດັ່ງກ່າວໄດ້ລາຍງານເພີ່ມວ່າ ແມນຊິຕີ້ ເຖິງຂັ້ນຕິດຕໍ່ໄປຫາຕົ້ນສັງກັດຂອງນັກເຕະກ່ຽວກັບການຊື້ຂາຍຄັ້ງນີ້ ໂດຍຫາກຈົນເຖິງເດືອນມັງກອນນີ້ແລ້ວຍັງບໍ່ມີການຕໍ່ສັນຍາກັນນັ້ນ ນັກເຕະອາຍຸ 31 ປີ ກໍຈະສາມາດເຈລະຈາກັບ ທີມໃນຕ່າງປະເທດກັບການຍ້າຍທີມແບບບໍ່ມີຄ່າລ່ວງໜ້າຕາມກົດບອສແມນ ໄດ້ທັນທີ.

