ແມນຢູ ວາງແຜນເລັ່ງປັບປຸງ ໂອນ ແທຣັຟຟອດ

ແມນເຊສເຕີ ຢູໄນເຕັດ ມີແຜນປັບສະຫນາມ ໂອນ ແທຣັຟຟອດ ໃຫ້ທັນສະໄຫມຫລາຍຍິ່ງຂຶ້ນ ໂດຍຫນຶ່ງໃນແຜນແຟນບານອາດບໍ່ເຫັນດີນຳ.

ແມນເຊສເຕີ ຢູໄນເຕັດ ສະໂມສອນໃຫຍ່ແຫ່ງພຣີເມຍລີກ ອັງກິດ ພວມພິຈາລະນາແຜນການປັບປຸງສະຫນາມໂອນ ແທຣັຟຟອດ ໃຫ້ມີຄວາມທັນສະໄຫມຂຶ້ນ ແລະ ໃຫ້ມີມາດຕະຖານໃນລະດັບດຽວກັບສະໂມສອນອື່ນໆ ໃນພຣີເມຍລີກ ຫລັງຈາກໃຊ້ໂຮງລະຄອນແຫ່ງຄວາມຝັນ ເປັນສະຫນາມແຂ່ງໃນບ້ານມາຕັ້ງແຕ່ປີ 1910 ອາຍຸກວ່າ 112 ປີ.

ທີມສະໂມສອນ ແມນເຊສເຕີ ຢູໄນເຕັດ ມີການເຈລະຈາທີ່ຈະປັບປຸງສະຫນາມແຂ່ງຂັນຂອງຕົນເອງມາດົນຫລາຍປີແລ້ວ ແຕ່ອຸປະສັກຂອງເລື່ອງນີ້ຄືສະຫນາມແຂ່ງຊົ່ວຄາວທີ່ໃຊ້ແທນສະຫນາມເກ່ົາຢູ່ລະຫວ່າງການກໍ່ສ້າງ ໂດຍມີຫລາຍທາງເລືອກ.

  1. ທຸບຖິ້ມເພື່ອສ້າງໃຫມ່ ຍັງຄົງຢູ່ໃນໄລຍະຫາເລີ່ມຕົ້ນສຶກສາ.
  2. ການຂະຫຍາຍ ແລະ ປັບປຸງອັດສະຈັນອອກໄປ ເຊິ່ງອາດຈະຕ້ອງມີການສ້າງຂ້າມທາງລົດໄຟຊິ່ງແລ່ນຢູ່ດ້ານຫລັງ.
  3. ຄົງໂຄງສ້າງເກ່ົາທັງຫມົດຂອງສະຫນາມເອົາໄວ້ແລ້ວປັບປຸງອັດສະຈັນທັງ 4 ດ້ານ.

ສ່ວນ ຄອລເລັດ ຣອສ ປະທານເຈົ້າຫນ້າທີ່ຝ່າຍປະຕິບັດການຂອງແມນຢູ ເປີດເຜີຍວ່າ : ‘‘ ເຮົາໄດ້ຮັບຄວາມຮ່ວມມືຈາກທີ່ປຶກສາຊັນນຳລະດັບໂລກທີ່ຕ້ອງການຊ່ວຍເຮົາພັດທະນາສະຫນາມໃຫ້ມີຄວາມທັນສະໄຫມ ໂດຍມີເປົ້າຫມາຍສູງສຸດໃນການເພີ່ມປະສົບການແຂ່ງຂັນສຳລັບແຟນໆ ’’.