ເຊລຊີ ມີໜາວ, 2 ນັກເຕະໂຕສຳຄັນເຈັບ ອາດພາດໂອກາດລົງຊ່ວຍທີມທີ່ຈະພົບກັບ ແມນຢູ

2 ນັກເຕະໂຕສຳຄັນຂອງສະໂມສອນບານເຕະເຊລຊີ ໄດ້ຮັບບາດເຈັບ ແລະຕ້ອງຖືກປ່ຽນອອກຈາກສະໜາມໃນເກມທີ່ ເອົາຊະນະ ຢູເວນຕຸສ 4-0 ໃນການແຂ່ງຂັນ ຢູຟາ ແຊ໊ມປຽນລີກ. ໃນຄືນວັນອັງຄານທີ່ຜ່ານມາ ມີຄວາມເປັນໄປໄດ້ສູງທີ່ນັກເຕະທັງສອງຈະພາດການແຂ່ງຂັນພຣີເມຍລີກນັດໃຫຍ່ໃນທ້າຍອາທິດນີ້ ທີ່ພວກເຂົາພົບກັບ ແມນເຊສເຕີ ຢູໄນເຕັດ.
ເອັນໂກໂລ ກ໊ອງເຕ ແລະ ເບນ ຊິລເວລ ລົງຫລິ້ນເປັນໂຕຈິງໃນເກມທີ່ເອົາຊະນະ ຢູເວນຕຸສ ຂາດລອຍ ແຕ່ພວກເຂົາບໍ່ສາມາດຫລິ້ນຕໍ່ຈົນຈົບເກມໄດ້ ໂດຍ ກ໊ອງເຕ ຖືກປ່ຽນໂຕອອກຕັ້ງແຕ່ເຄິ່ງເວລາທຳອິດ ຂະນະທີ່ ຊິລເວລ ຖືກປົດອອກຈາກສະຫນາມໃນເຄິ່ງເວລາທີສອງ ເຊິ່ງເບິ່ງອາການແລ້ວ ກອງກາງຊາວອັງກິດ ຈະມີອາການຫນັກກວ່າຢ່າງແນ່ນອນ.
” ເບັນ ມີອາການເຈັບຫົວເຂົ່າຂະນະຢູ່ສະຫນາມ, ໃນຂະນະທີ່ ກ໊ອງເຕ ມີອາການຫົວເຂົ່າບິດເລັກນ້ອຍ,” ໂທມັສ ທູເຄິລ ແຈ້ງຂ່າວອາການບາດເຈັບຂອງລູກທີມຫລັງຈົບເກມທີ່ບ້ານຂອງເຊລຊີ. ” ມັນເປັນສະຖະນະການທີ່ຫນ້າເສຍດາຍເມື່ອ ເອັນໂກໂຣ ກ໊ອງເຕ ພວມຫລິ້ນໄດ້ດີ ກ່ອນຈະຖືກປ່ຽນໂຕອອກຈາກສະຫນາມ ແລະ ຊິລເວລ ກໍພວມຫລິ້ນໄດ້ດີຄືກັນ”.

