ຟິຊູ ຢືນຢັນຕັດ ຣັສເຊຍ-ເບຣາລຸສ ອອກຈາກກິລາມະຫາວິທະຍາໄລໂລກທີ່ເສິງຕູ

ຟິຊູ ຢືນຢັນ ຕັດ ຣັສເຊຍ ແລະ ເບລາຣຸສ ອອກຈາກການແຂ່ງຂັນກິລາມະຫາວິທະຍາໄລໂລກ ທີ່ເມືອງເສິງຕູ ກາງປີນີ້ ແລະ ຍັງບໍ່ແນ່ໃຈວ່າ ເມືອງເຢຄາເທຣິນເບີກໃນຣັສເຊຍ ຈະໄດ້ເປັນເຈົ້າພາບກິລາມະຫາວິທະຍາໄລໂລກລະດູຫນາວ ຕົ້ນປີຫນ້າຕາມກຳນົດເກ່ົາຫລືບໍ່.

ສະຫະພັນກລາມະຫາວິທະຍາໄລນາໆຊາດ ຫລື International University Sports Federation (FISU)  ຢືນຢັນວ່ານັກກິລາ ແລະ ເຈົ້າຫນ້າທີ່ຂອງຣັສເຊຍ ແລະ ເບຣາຣຸສ ຈະບໍ່ໄດ້ມີສ່ວນຮ່ວມໃນການແຂ່ງຂັນມະຫະກຳກິລາພາຍໃຕ້ການເບິ່ງແຍງຂອງສະຫະພັນ ໄປຈົນເຖິງທ້າຍປີ 2022 ເປັນຢ່າງຫນ້ອຍ ສົ່ງຜົນໃຫ້ທັງ 2 ຊາດຈະບໍ່ໄດ້ຮ່ວມແຂ່ງຂັນໃນກິລາ ມະຫາວິທະຍາໄລໂລກ 2021 ທີ່ເມືອງເສິງຕີ ສາທາລະນະລັດ ປະຊາຊົນຈີນ ທີ່ເລື່ອນຈາກປີກາຍ ເນື່ອງຈາກວິກິດໂຄວິດ-19 ມາແຂ່ງຂັນກັນລະຫວ່າງວັນທີ 26 ມິຖຸນາ ເຖິງ 7 ກໍລະກົດນີ້ ແລະ ອາດລວມເຖິງກິລາມະຫາວິທະຍາໄລໂລກລະດູຫນາວ ທີ່ເມືອງເລກ ພລາຊິດ ມະຫານະຄອນນິວຢອກ ສະຫະລັດ ອາເມລິກາ ໃນໄລຍະເດືອນມັງກອນສົກຫນ້ານຳອີກ.

ຖະແຫລງການຈາກ ຟິຊຸ ລະບຸວ່າ : ‘‘ ຄະນະກຳມະການຂັບເຄື່ອນຂອງ ຟິຊູ ຮູ້ສຶກເຫັນໃຈຊາວຢູເຄຣນທີ່ຕ້ອງຍັງທົນທຸກກັບພາວະສົງຄາມຢ່າງຕໍ່ເນື່ອງ ໂດຍສະເພາະຢ່າງຍິ່ງບັນດາປະຊາກອນທົ່ວໂລກຂອງປະເທດ ແລະ ຂໍຮຽກຮ້ອງອີກເທື່ອຫນຶ່ງໃຫ້ນາໆຊາດຮ່ວມມືກັນເຮັດໃຫ້ສົງຄາມຄັ້ງນີ້ຢຸດລົງ ແລະ ຄະນະກຳມະການຂັບເຄື່ອນຂອງ ຟິຊູ ຂໍຢືນຢັນວ່ານັກກິລາ ລວມເຖິງເຈົ້າທີ່ຂອງຄະນະກຳມະການກິລາມະຫາວິທະຍາໄລຂອງຣັສເຊຍ ແລະ ເບລາຣຸສ ຈະບໍ່ມີສ່ວນຮ່ວມໃນການແຂ່ງຂັນ ແລະ ກິດຈະກຳພາຍໃຕ້ການເບິ່ງແຍງຂອງ ຟິຊູ ຈົນຮອດຫມົດປີ 2022 ’’.

ນອກຈາກນີ້ ການຖືກຫ້າມໃນຄັ້ງນີ້ ຍັງບໍ່ເປັນທີ່ແນ່ນອນວ່າຈະສົ່ງຜົນໃຫ້ ຣັສເຊຍ ຖືກຫ້າມຈາກການເປັນເຈົ້າພາບກິລາມະຫາວິທະຍາໄລໂລກລະດູຮ້ອນ 2023 ເຊິ່ງກຳນົດເກ່ົາຈະແຂ່ງຂັນກັນຢູ່ເມືອງ ເຢຄາ ເທີນເບີກ ລະຫວ່າງວັນທີ 8-19 ສິງຫາປີຫນ້າ ຫລື ບໍ່.