ຮອງລັດຖະມົນຕີກະຊວງການເງິນ ເຄື່ອນໄຫວເຮັດວຽກຢູ່ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ

ໃນອາທິດທີ່ຜ່ານມາ, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ (ລລບສ), ໂດຍການຕ້ອນຮັບຂອງທ່ານ ພູດົງ ສຸຂະວົງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານ ພູດົງ ສຸຂະວົງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານຢູ່ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ຍົກໃຫ້ເຫັນ ຄວາມເປັນມາຂອງລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນກໍຄືຄວາມເປັນມາຂອງສາງທ່ານາແລ້ງແຕ່ປີ 1972-2007.
ມາຮອດປີ 2008 ລັດຖະບານໄດ້ມອບສາງທ່ານາແລ້ງ ໃຫ້ກະຊວງການເງິນເປັນຜູ້ຄຸ້ມຄອງບໍລິຫານຈັດການ ແລະ ໄດ້ຫັນເປັນລັດວິສາກະກິດ 100% ໂດຍກະຊວງການເງິນເປັນຜູ້ຖືຮຸ້ນໂດຍໃສ່ຊື່ວ່າລັດວິສາຫະກິດສາງສິນຄ້າຜ່ານແດນທ່ານາແລ້ງ, ມາຮອດປີ 2015 ໄດ້ປ່ຽນຊື່ເປັນລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ (ລລບສ) ຈົນເຖິງປັດຈຸບັນ.
ປັດຈຸບັນມີພະນັກງານທັງໝົດທັງຢູ່ສຳນັກງານໃຫຍ່ ແລະ ບັນດາສາຂາທ້ອງຖິ່ນຈໍານວນ 238 ຄົນ, ຍິງ 72 ຄົນ, ມີສະມາຊິກພັກທັງໝົດ 25 ສະຫາຍ, ຍິງ 06 ສະຫາຍ ແລະ ໄດ້ລາຍງານສະພາບການເຄື່ອນໄຫວຂອງສາມອົງການຈັດຕັ້ງມະຫາຊົນ ນໍາອີກດ້ວຍ.
ສຳລັບຜົນການດຳເນີນທຸລະກິດຂອງ ລລບສປີ 2021 ຜ່ານມາ, ສາມາດເກັບລາຍຮັບທົ່ວລະບົບໄດ້ທັງໝົດ 66,30 ຕື້ກີບ (ຕົວເລກຄາດຄະເນ) ຖ້າທຽບໃສ່ປີ 2020 ປະຕິບັດໄດ້ 128,96%, ທຽບໃສ່ແຜນການປີປະຕິບັດໄດ້ 148,14%, ດ້ານລາຍຈ່າຍທັງໝົດ 46,19 ຕື້ກີບ (ຕົວເລກຄາດຄະເນ), ທຽບໃທ່ປີ 2020 ປະຕິບັດໄດ້ 137,19%, ທຽບໃສ່ແຜນການປີເພີ່ມຂຶ້ນ 139,93%.
ເຖິງແມ່ນວ່າລາຍຮັບ-ລາຍຈ່າຍຈະເພີ່ມຂຶ້ນໃນປີ 2021 ແຕ່ ລລບສ ກໍຍັງມີກຳໄລ 20,116 ຕື້ກີບ (ຕົວເລກຄາດຄະເນ), ທຽບແຜນການປີເພີ່ມຂຶ້ນ 171,23%, ປະຕິບັດມອບພັນທະໃຫ້ລັດໄດ້ 10,96 ຕື້ກີບ (ຕົວເລກຄາດຄະເນ), ທຽບໃສ່ປີ 2020 ສາມາດປະຕິບັດໄດ້ 122,48%, ທຽບໃສ່ແຜນການປີເພີ່ມຂຶ້ນ 137,46%.
ໂອກາດນີ້, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນທິດຊີ້ນຳພ້ອມທັງຊົມເຊີຍຜົນສຳເລັດທີ່ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ສາມາດຍາດມາໄດ້ໃນໄລຍະຜ່ານມາພ້ອມທັງເນັ້ນໃຫ້ຄະນະ ລລບສ ເອົາໃຈໃສ່ໃນການບໍລິການໃຫ້ໄດ້ຮັບໝາກຜົນຂຶ້ນກວ່າເກົ່າ, ປັບປຸງລັດວິສາຫະກິດໃຫ້ນັບມື້ພັດທະນາຂຶ້ນຕາມການຊີ້ນຳຂອງກະຊວງການເງິນໄດ້ວາງອອກ. ພ້ອມກັນນັ້ນ, ໄດ້ຢ້ຽມຢາມການບໍລິການຂອງແຕ່ລະພາກສ່ວນ, ສາງສິນຄ້າ ແລະ ພາສີປະຈຳນະຄອນຫຼວງ ນຳອີກດ້ວຍ.

