ຜົນການຄົ້ນຄວ້າພິຈາລະນານະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະທານກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນການຄົ້ນຄວ້າ, ພິຈາລະນາ ບົດລາຍງານຂອງລັດຖະບານ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ໃນວັນທີ 16 ມິຖຸນາ 2025 ວ່າ: ສະມາຊິກສະພາແຫ່ງຊາດ ເຫັນດີເປັນເອກະພາບດ້ານຫຼັກການ ລວມທັງທິດທາງ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍກອງປະຊຸມໄດ້ຄົ້ນຄວ້າໃຫ້ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ດັ່ງນີ້:

  1. ຮັບຮອງເອົາດ້ານຫຼັກການຕາມການສະເໜີຂອງລັດຖະບານ ໂດຍຫຼຸດຜ່ອນອັດຕາພາສີ, ອາກອນ ນໍາເຂົ້າວັດສະດຸກໍ່ສ້າງ ແລະ ກົນຈັກ, ຫຼຸດຜ່ອນຄ່າຊັບພະຍາກອນທໍາມະຊາດ ແລະ ຫຼຸດຜ່ອນອັດຕາອາ ກອນມູນຄ່າເພີ່ມຂອງໂຄງການ; ສ່ວນພາສີ-ອາກອນນໍາເຂົ້ານໍ້າມັນເຊື້ອໄຟ ແມ່ນບໍ່ມີການຫຼຸດຜ່ອນ ເຊິ່ງຈະເຮັດໃຫ້ມູນຄ່າໂຄງການຫຼຸດລົງປະມານ 17.43% ທັງຈະສ້າງເງື່ອນໄຂ ແລະ ສາມາດດຶງດູດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃສ່ການພັດທະນາພື້ນຖານໂຄງລ່າງຫຼາຍຂຶ້ນ ເພື່ອແບ່ງເບົາການລົງທຶນຂອງລັດ.
  2. ສົ່ງເສີມການນຳໃຊ້ວັດສະດຸກໍ່ສ້າງທີ່ສາມາດຜະລິດຢູ່ພາຍໃນປະເທດ ເຊັ່ນ: ຊີມັງ, ເຫຼັກເສັ້ນ.
  3. ຮັບຮອງເອົາບັນດາໂຄງການຟື້ນຟູ ແລະ ສ້ອມແປງທາງຫຼວງແຫ່ງຊາດສາຍຫຼັກ ໃຫ້ສາມາດຮັບນໍ້າໜັກໄດ້ 11 ໂຕນ/ເພົາ ເປັນໂຄງການທົດລອງ ໄລຍະທົດລອງ 3-5 ປີ, ສຸມໃສ່ຕອນທາງໃນທາງຫຼວງແຫ່ງຊາດທີ່ເປ່ເພໜັກໜ່ວງ ແລະ ມີການຂົນສົ່ງໂດຍສານ ແລະ ສິນຄ້າຈໍານວນຫຼາຍ ໂດຍອີງໃສ່ຄວາມສາມາດຕົວຈິງສະໜອງງົບປະມານຂອງລັດ. ພ້ອມກັນນັ້ນ, ຊຸກຍູ້ສົ່ງເສີມໃຫ້ທຸກພາກ ສ່ວນເສດຖະກິດ ເຂົ້າຮ່ວມໃນການຟື້ນຟູ ແລະ ສ້ອມແປງເສັ້ນທາງ ຕາມເງື່ອນ ໄຂ ແລະ ເປົ້າໝາຍກໍານົດ.
  4. ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງລາຄາ, ຄຸນນະພາບຂອງການກໍ່ສ້າງສ້ອມແປງ ໂດຍມີການຕິດຕາມກວດກາຈາກທຸກພາກສ່ວນຂອງສັງຄົມ.

ພາຍຫຼັງຟື້ນຟູເສັ້ນທາງໃຫ້ການສັນຈອນໄດ້ສະດວກ, ຕ້ອງໄດ້ລະດົມໃຫ້ຜູ້ປະກອບການທີ່ນໍາໃຊ້ເສັ້ນທາງຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ປະກອບສ່ວນເສຍຄ່າຜ່ານທາງຕາມອັດຕາທີ່ເໝາະສົມ ດ້ວຍວິທີການຜ່ານລະບົບທັນສະໄໝ (ລັດເປັນຜູ້ເກັບ) ເພື່ອເຮັດໃຫ້ລັດມີລາຍຮັບ ແລະ ສະສົມທຶນໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃຫ້ເຂົ້າສູ່ສະພາບປົກກະຕິ.