ຂົວຂ້າມນ້ຳຂອງ ກ້ອນຕື່ນ-ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວ ຄືບໜ້າ ກວ່າ 79,73 %

ທ່ານ ໄມເທບ ວົງວິໄລໃຫ້ຮູ້ວ່າ: ລາຍງານໂອກາດ ການລົງຕິດຕາມວຽກງານການກໍ່ສ້າງຂົວຂ້າມນໍ້າຂອງ ກ້ອນຕື່ນ-ຫ້ວຍແກ້ວ ຂອງ ທ່ານ ສຸໄລ ດວງຜາຄຳ ເຈົ້າເມືອງປາກທາ ວັນທີ 2 ມີນາ 2022 ນີ້ວ່າ:

ມາຮອດປັດຈຸບັນການກໍ່ສ້າງປະຕິບັດໄດ້ 79,73% ເປັນໂຄງການທີ່ນຳໃຊ້ງົບປະມານການລົງທຶນພາຍໃນຂອງລັດຖະບານ ສປປ ລາວ 100%, ເປັນຂົວແບບປະສົມ, ພາກສ່ວນເທິງເປັນຂົວໂຄງສ້າງເຫລັກ, ພາກສ່ວນລຸ່ມເປັນເສົາເບຕົງເສີມເຫລັກ, ຍາວ 505 ແມັດ, ມີທັງໝົດ 7 ຊ່ວງ, ກວ້າງ 12,12 ແມັດ, ໜ້າຂົວກວ້າງ 7,90 ແມັດ, ມີ 2 ຄອງລົດແລ່ນ, ມີທາງຄົນຍ່າງ 2 ເບື້ອງ, ເບື້ອງລະ 1,8 ເເມັດ, ແຜ່ນພື້ນໜ້າຂົວປູດ້ວບເບຕົງເສີມເຫລັກ ຄວາມໜາສະເລ່ຍ 25 ຊມ.

ປັດຈຸບັນການກໍ່ສ້າງຂົວຂ້າມນ້ຳຂອງ ກ້ອນຕື່ນ-ຫ້ວຍແກ້ວ ວຽກກໍ່ສ້າງພາກສ່ວນລຸ່ມຈຳນວນ 8 ເສົາລວມມີ: ເສົາຫົວຂົວ A, ເສົາກາງ p1, p2, p3, p4, p5 ແລະ p6, ສຳເລັດ 100% ແລະ ເສົາຫົວຂົວ B ກໍ່ສ້າງສຳເລັດ 90%, ພ້ອມເລີ່ມບຸກເບີກອະນາໄມ, ດຸດລອກໜ້າດິນທຳມະຊາດ ແລະ ເຮັດວຽກດິນຕັດທາງເຂົ້າຂົວເບື້ອງບ້ານກ້ອນຕື່ນ ແລະ ສຳລັບສັນຍາຈັດຊື້ເຫລັກຂາງຂົວ ຊ່ວງກາງນ້ຳ 110 ເເມັດ ໄດ້ເຊັ່ນສັນຍາສັ່ງຊື້ກັບໂຮງງານຜູ້ຜະລິດ ຈາກ ສປ ຈີນ, ຕາມແຜນຄາດວ່າ ຊິ້ນສ່ວນເຫລັກຂາງຂົວຈະຜະລິດສຳເລັດ ແລະ ຂົນສົ່ງມາຮອດສະໜາມປະມານເດືອນ 6 ປີ 2022ນີ້.