ປະຊາຊົນເມືອງປາກລາຍ ມີຊີວິດການເປັນຢູ່ດີຂຶ້ນຈາກການປູກ-ການລ້ຽງ

ແຫລ່ງຂ່າວແຂວງໄຊຍະບູລີ ລາຍງານວ່າ: ໃນການຈັດຕັ້ງແຜນພັດທະນເສດຖະກິດ-ສັງຄົມ 2 ປີເຄິ່ງຜ່ານມາ, ປະຊາຊົນເມືອງປາກລາຍ ໄດ້ມີຊີວິດການເປັນຢູ່ດີຂຶ້ນຈາກເມືອກ່ອນຍ້ອນວ່າປະຊາຊົນຮູ້ຫັນທິດການປູກການລ້ຽງການເປັນການຜະລິດເປັນສິນຄ້ານັບມື້ນັບຫລາຍຂຶ້ນ ໂດຍທົ່ວເມືອງ, ມີເນື້ອທີ່ປູກເຂົ້າ6.986 ເຮັກຕາ ແລະ ໄດ້ຮັບຜົນຜະລິດ 32.884 ໂຕນ ທຽບໃສ່ຄາດໝາຍບັນລຸກວ່າ 97%, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 431 ກິໂລຕໍ່ຄົນຕໍ່ປີ.
ແຫລ່ງຂ່າວ ລາຍງານອີກວ່າ: ທົ່ວເມືອງມີເນື້ອທີ່ປູກພືດເປັນສິນຄ້າ 39.232 ເຮັກຕາ ແລະ ໄດ້ຮັບຜົນຜະລິດ 861.095 ໂຕນລື່ນຄາດໝາຍ 57%, ເນື້ອທີ່ປູກພືດສະບຽງອາຫານ 1.657 ເຮັກຕາ ໄດ້ຮັບຜົນຜະລິດ 19.884 ໂຕນ ລື່ນຄາດໝາຍ 16.284 ໂຕນ. ນອກນີ້ຍັງໄດ້ອອກໃບຢັ້ງຢືນການນໍາໃຊ້ທີ່ດິນກະ ສິກໍາ 607 ຕອນກວມເນື້ອທີ່ກວ່າ 742 ເຮັກຕາ. ພົ້ນເດັ່ນໄດ້ນໍາໃຊ້ເຕັກນິກການປູກພືດເປັນສິນຄ້າແບບໝູນວຽນ ປະສົມປະສານ ແລະ ຕໍ່ເນື່ອງ ລະຫວ່າງມັນຕົ້ນ, ສາລີ, ພືດຕະກຸນຖົ່ວທັງໄດ້ຈັດຕັ້ງກຸ່ມຕິດພັນກັບການສົ່ງເສີມການຜະລິດເປັນສິນຄ້າຂະໜາດນ້ອຍ 31 ກຸ່ມຢູ່ 10 ບ້ານໂດຍໄດ້ຮັບການສະໜັບສະໜູນກົນຈັກລົດໄຖໃຫຍ່ 11 ຄັນຈາກໂຄງການຜະລິດກະສິກໍາເປັນສິນຄ້າຢູ່ສປປ ລາວ. ປັດໄຈໃໝ່ຄືມີຕົວແບບການປູກໄມ້ໃຫ້ໝາກ 11 ຄອບຄົວເນື້ອທີ່ເກືອບ 11 ເຮັກຕາ ແລະ ສ້າງໂຮງງານຜະລິດເຄື່ອງມືກະສິກໍາ ເປັນຕົ້ນໂຮງງານປະກອບລົດຊິ້ງ, ຫົວຝານມັນຕົ້ນ, ລວດໜາມ, ຕາໜ່າງລວດ, ສັງກະສີ, ອາໂລຊິງແລະ ອື່ນໆ. ການລ້ຽງສັດ, ປະຊາຊົນ 298 ຄອບຄົວລ້ຽງແບບເປັນຟາມ, 9 ຄອບຄົວ ລ້ຽງເປັນຄັງຕິດພັນກັບ ການປູກຫຍ້າອາຫານສັດໃນເນື້ອທີ່ 1.250 ເຮັກຕາ, ການລ້ຽງປາກະຊັງໃນນໍ້າຂອງສາມາດສະໜອງການບໍລິໂພກພາຍໃນເມືອງ, ຕ່າງເມືອງ ແລະ ສົ່ງອອກຕ່າງແຂວງ.
ສຳລັບຊົນລະປະທານທີ່ມີແລ້ວກໍສະໜອງນໍ້າໃຫ້ແກ່ການຜະລິດພຽງພໍ ທັງໄດ້ສໍາຫລວດອອກແບບລະບົບຄອງເໝືອງ 2 ໂຄງການຄື ໂຄງການນໍ້າຍາງ III ແລະ ໂຄງການນໍ້າປອນ, ຮັກ ສາ ແລະ ປັບປຸງກຸ່ມຊົມໃຊ້ນໍ້າ 13 ກຸ່ມ.

