ຣັສເຊຍ ຍື່ນອຸທອນເຖິງສານກິລາໂລກ ຕໍ່ບົດລົງໂທດຂອງສອງອົງການບານເຕະ

 

ສະຫະພາບບານເຕະ ຣັສເຊຍ ບໍ່ຂໍຢູ່ລ້າໆ ປະກາດອຸທອນຕໍ່ສານກິລາໂລກແລ້ວ ຫລັງຖືກສະຫະພັນບານເຕະນາໆຊາດ ແລະ ສະຫະພັນບານເຕະຢູໂຣບ ທີ່ສັ່ງຫ້າມທີມຊາດ ແລະ ສະໂມສອນຂອງຣັສເຊຍ ອອກຈາກການແຂ່ງຂັນໃນທຸກລະດັບ ຈົນກວ່າຈະມີການປ່ຽນແປງ.

ສອງອົງການບານເຕະຕັດສິນໃຈແຊກແຊງການປະກາດໂຈມຕີ ຢູເຄຣນ ຂອງ ຣັສເຊຍ ໃນທຸກວິທີທາງ ເພື່ອສະແດງໃຫ້ເຫັນວ່າ ບານເຕະມີຄວາມຮູ້ສຶກກົງກັບຊາວໂລກທີ່ບໍ່ເຫັນດີກັບການຮຸກຮານດິນແທນຂອງຊາດອື່ນ.

ຕອນທຳອິດ ຢູຟາ ປະກາດບໍ່ໃຫ້ສິດການເປັນເຈົ້າພາບນັດຊີງ ແຊມປຽນລີກ ລະດູການນີ້ຂອງເມືອງ ເຊນ ປີເຕີສະເບີກ, ຣັສເຊຍ ໃນວັນທີ 28 ພຶດສະພານີ້ ມອບໃຫ້ກັບນະຄອນຫລວງ ປາຣີສ ຮັບຜິດຊອບແທນ ພ້ອມທັງຍຸດຕິຄວາມສຳພັນກັບ ກາສພຣອມ ບໍລິສັດພະລັງງານໃຫຍ່ຂອງເມືອງຣັສເຊຍ ເຊິ່ງເປັນຜູ້ສະຫນັບສະຫນູນຫລັກທີ່ຍາວນານຂອງການແຂ່ງຂັນນຳອີກ.

ຕໍ່ກໍລະນີດັ່ງກ່າວ ຫລ້າສຸດໃນວັນທີ 3 ມີນາຜ່ານມາ ສະຫະພາບບານເຕະຣັສເຊຍ ຕັດສິນໃຈເຄື່ອນໄຫວດ້ວຍການຍື່ນອຸທອນໄປຍັງສານກິລາໂລກແລ້ວ ແລະ ຫມັ້ນໃຈວ່າສອງອົງການບານເຕະບໍ່ມີອຳນາດສັ່ງຣັສເຊຍ ອອກຈາກການແຂ່ງຂັນໄດ້.