ທະນາຄານໂລກເຜີຍ ຜູ້ຍິງ 2,4 ພັນລ້ານຄົນ ບໍ່ໄດ້ຮັບໂອກາດທາງເສດຖະກິດທີ່ເທົ່າທຽມ

ວັນທີ 2 ມີນາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທະນາຄານໂລກ (World Bank) ເປີດເຜີຍໃນລາຍງາານສະບັບໜຶ່ງວ່າ: ຜູ້ຍິງໄວເຮັດວຽກປະມານ 2,4 ພັນລ້ານຄົນທົ່ວໂລກບໍ່ໄດ້ຮັບໂອກາດທາງເສດຖະກິດທີ່ເທົ່າທຽມ.
ລາຍງານຊື່ “ຜູ້ຍິງ ທຸລະກິດ ແລະ ກົດໝາຍ ປີ 2022” ລະບຸວ່າ: ຜູ້ຍິງໃນ 86 ປະເທດຜະເຊີນຂໍ້ຈຳກັດດ້ານອາຊີບບາງຮູບແບບ ແລະ 95 ປະເທດບໍ່ຮັບຮອງເລື່ອງການຈ່າຍເງິນຢ່າງເທົ່າທຽມສຳລັບວຽກທີ່ເທົ່າກັນ.
ລາຍງານເຜີຍວ່າ: ຜູ້ຍິງທົ່ວໂລກຍັງມີສິດທາງກົດໝາຍພຽງ 3 ໃນ 4 ຂອງຜູ້ຊາຍເທົ່ານັ້ນ ໂດຍມີຄະແນນລວມເທົ່າກັບ 76,5 ຄະແນນ ຈາກທັງໝົດ 100 ຄະແນນ ເຊິ່ງເປັນລະດັບຄະແນນທີ່ບົ່ງຊີ້ຄວາມເທົ່າທຽມທາງກົດໝາຍໂດຍສົມບູນ.
23 ປະເດປະຕິຮູບກົດໝາຍໃນປີ 2021 ເພື່ອໃຊ້ວິທີທີ່ຈຳເປັນເພື່ອສົ່ງເສີມການໃຫ້ຜູ້ຍິງເຂົ້າມາມີບົດບາດໃນເສດຖະກິດ, ເຖິງວ່າການລະບາດໃຫຍ່ຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຈະສົ່ງຜົນກະທົບຢ່າງບໍ່ສົມສ່ວນຕໍ່ຊີວິດ ແລະ ການເປັນຢູ່ຂອງຜູ້ຍິງກໍຕາມ.
ລາຍງານລະບຸວ່າ: 118 ປະເທດທົ່ວໂລກຮັບຮອງໃຫ້ມີການລາໂດຍໄດ້ຮັບຄ່າຈ້າງເຖິງ 14 ອາທິດສຳລັບຜູ້ເປັນແມ່ ແລະ ມີ114 ປະເທດທີ່ຮັບຮອງການລາໂດຍໄດ້ຮັບຄ່າຈ້າງສຳລັບຜູ້ເປັນພໍ່, ແຕ່ໄລຍະເວລາສະເລ່ຍທີ່ມີການລາໃນຄວາມເປັນຈິງມີໜຶ່ງອາທິດເທົ່ານັ້ນ.
ຂະນະດຽວກັນ, 178 ປະເທດຍັງມີອຸປະສັກທາງກົດໝາຍທີ່ຂັດຂວາງຜູ້ຍິງໃນການເຂົ້າມາມີສ່ວນຮ່ວມທາງເສດຖະກິດຢ່າງເຕັມຮູບແບບ.
ນາງ ມາຣີ ພັນເກສຕູ ຜູ້ອຳນວຍການຈັດການດ້ານນະໂຍບາຍການພັດທະນາ ແລະ ການເປັນຫຸ້ນສ່ວນຂອງທະນາຄານໂລກ ກ່າວວ່າ: ເຖິງວ່າຈະມີຄວາມກ້າວໜ້າເກີດຂຶ້ນ, ແຕ່ຄວາມແຕກຕ່າງລະຫວ່າງລາຍໄດ້ຄາດການຕະຫລອດຊີວິດຂອງຜູ້ຊາຍ ແລະ ຜູ້ຍິງທົ່ວໂລກຍັງມີ 172 ພັນຕື້ໂດລາສະຫະລັດ ເຊິ່ງຄິດເປັນເກືອບສອງເທົ່າຂອງລວມຍອດຜະລິດຕະພັນພາຍໃນຂອງໂລກ.

