ຍອດຜູ້ຕິດເຊື້ອCovid-19 ຫວຽດນາມເພີ່ມເປັນຄົນທີ 21 ແລ້ວ

ເຊົ້າວັນທີ 8 ມີນານີ້ ກະຊວງສາທາລະນະສຸກສສ ຫວຽດນາມຢືນຢັນວ່າພົບຜູ້ຕິດເຊື້ອCovid ຫມາຍເລກ 21 ຢູ່ປະເທດແລ້ວ ແລະ ເປັນຄົນຕິດເຊື້ອຜູ້ທີ່ 4 ຢູ່ຮ່າໂນ່ຍ ເປັນຊາຍ ອາຍຸ 61 ປີເຊີ່ງລາວຫາກໍກັບມາຈາກເອີຣົບ ພ້ອມຖຽວບິນກັບຜູ້ຕິດເຊື້ອຫມາຍເລກ 17 (Nguyen Hong Nhung) ໃນຖ້ຽວບິນ VN0054 ຂອງສາຍການບິນ Vietnam Airlines
ອີງຕາມບົດ: Covid-19 ໄດ້ປະກົດຕົວຢູ່ຮ່າໂນ່ຍ
ຫລັງກັບມາຫວຽດນາມໃນວັນທີ 6/3 ລາວຮູ້ສຶກເມື່ອຕົນໂຕ ແລະ ມີອາການໄອແຫ້ງ, ໃນຕອນເຊົ້າ 7/3 ແລ້ວໄດ້ໄປໂຮງຫມໍ ກວດພົບວ່າຕົນຕິດໄວຣັດ Covid-19, ເຊີ່ງຄົນເຈັບຜູ້ນີ້ໄດ້ ພົວພັນຢ່າງຫນ້ອຍກັບ 50 ຄົນ: ເມຍ, ຄົນຂັບລົດ ແລະ ຄົນທີ່ຢຸ່ຫ້ອງການ.

ຫລັງຈາກມີຜົນວ່າຕິດໄວຣັດ ເຈົ້າຫນ້າທີ່ໄດ້ ໄຊ້ຢາຂ້າເຊື້ອໂລກ Cloramin B ພົ່ນໃສ່ພື້ນທີ່ທີ່ ຄົນເຈັບໄດ້ໄປສຳພັດເຊັ່ນ: ເຮືອນ, ຫ້ອງການ, ລົດ ແລະ ໄດ້ ກັກກັນຜູ້ໄດ້ພົວພັນກັບຄົນເຈັບຈຳນວນ50 ຄົນ ເພື່ອເຝົ້າຕິດຕາມ.
ຄົັນເູຈ່ັບຜູ້ທີ17ແມ່ນນາງຍຸງຊຶ່ງບິນມາຈາີກ ມີີລານ ອີຕາລີ
ຄົນເຈັບຜູ້ທີ 18 ແມ່ນຊາຍ ໜຸ່ມຈາກເມືອງ Daegu, ເກົາຫຼີໃຕ້
ເລີ່ມຈາກ 2 ວັນທີ່ຜ່ານມາຫວຽດນາມ ໄດ້ພົບຜູ້ຕິດເຊື້ອໃຫມ່ ຈຳນວນ 5 ຄົນ:
ຄົນເຈັບຜູ້ທີ 19 ແລະ 20 ແມ່ນຄົນໄກ້ຊິດກັບນາງຍູງເຊັ່ນກັນ

