ແມນຢູ ສົ່ງນັກສືບເບິ່ງ 2 ນັກເຕະດາວຮຸ່ງອະນາຄົດໄກ ດຶງມາຮ່ວມທີມຫລັງຈົບລະດູການນີ້

‘‘ ເດິ ມິຣເຣີ ’’ ສື່ກິລາຊື່ດັງຂອງອັງກິດ ລາຍງານວ່າ : ແມນເຊສເຕີ ຢູໄນເຕັດ ໄດ້ສົ່ງນັກສືບໄປເກັບສະຖິຕິ ແລະ ເບິ່ງຜົນງານການຫລິ້ນຂອງ ໂຄດີ ກັກໂປ ປີກສາລະພັດປະໂຫຍດຂອງ ພີເອສວີ ໄອໂອເຟັນ ແລະ ຊູເອົາ ປາລິນຢາ ຕົວຕັດເກມຂອງ ສະປອດຕິງ ລິສບອນ.
ໂດຍທາງດ້ານ ໂຄດີ ກັກໂປ ສາມາດຫລິ້ນໄດ້ທັງ 3 ຕຳແຫນ່ງໃນແດນຫນ້າ ທັງປີກຂວາ ແລະ ຕົວເປົ້າ ເຊິ່ງໃນລະດູການນີ້ຍິງໄປແລ້ວ 13 ປະຕູ ກັບອີກ 13 ແອສຊິສ ຈາກການລົງຫລິນ 33 ນັດ ໃນທຸກລາຍການ ເຊິ່ງລາວມີ ແມນເຊສເຕີ ຊິຕີ ແລະ ລີເວີພູລ ທີ່ໃຫ້ຄວາມສົນໃຈຢາກຊື້ຕົວໄປ ຫລັງຈົບລະດູການນີ້.
ຂະນະທີ່ ຊູເອົາ ປາລິນຢາ ສາມາດຫລິ້ນໄດ້ທັງກອງກາງຕົວຮັບ ແລະ ກອງຫລັງ ເຊິ່ງລະດູການນີ້ລົງສະຫນາມໄປທັງຫມົດ 30 ເກມ ຍິງໄປແລ້ວ 3 ປະຕູໃນທຸກລາຍການ.

