ເປີດເຜີຍສະຖິຕິ ຣັງນິກ ປະທະ ຄລອບ ໃນບຸນເດສລີກາ

ແຟນບານ ແມນເຊສເຕີ ຢູໄນເຕັດ ຄວນຈະຍິ້ມແຍ້ມແຈ່ມໃສ ຫຼັງຈາກທີ່ສະໂມສອນແຕ່ງຕັ້ງ ຣາຟ ຣັງນິກ ເປັນຜູ້ຈັດການທີມຄົນໃໝ່ ແລະ ໄດ້ມີເປີດເຜີຍສະຖິຕິການວັດສີມືກັນຂອງລາວ ກັບ ເຈີເກັນ ຄລ໊ອບ ຜູ້ຈັດການທີມຂອງ ລີເວີພູລ ອອກມາເປັນທີ່ຮຽບຮ້ອຍແລ້ວ.
ແມນຢູ ໄດ້ເຊັນສັນຍາໄລຍະສັ້ນ 6 ເດືອນກັບຜູ້ຈັດການທີມປະສົບການຫລາຍຂອງເຍຍລະມັນ, ເຖິງວ່າລາວຈະຕ້ອງລໍຖ້າໃບອະນຸຍາດເຮັດວຽກ ແລະ ການເລີ່ມຕົ້ນຄຸມທີມລົງຫລິ້ນເກມ ພຣີເມຍລີກ ກັບອາເຊນອລໃນວັນພະຫັດນີ້ບໍ່ໄດ້ ໂດຍ ໄມເຄິລ ຄາຣິກ ຈະໄດ້ເຮັດຫນ້າທີ່ຕໍ່ອີກ 1 ເກມ. ແຕ່ຈາກການເປີດເຜີຍສະຖິຕິການປະທະກັນລະຫວ່າງ ຣັງນິກ ກັບ ຄລອບ ຜູ້ຈັດການທີມຊາວເຢຍລະມັນຄືກັນ ໃຫ້ເຫລ່ົາແຟນບານ ແມນຢູ ໄດ້ພາກັນພໍມີຫວັງ.
ຈາກການຂຸດຄົ້ນສະຖິຕິປາກົດວ່າ ຣັງນິກ ເຄີຍຄຸມທີມສູ້ກັບ ຄລອບ ທັງໝົດ 13 ນັດ ແລະ ຄລອບ ຂອງ ລີເວີພູລ ສາມາດຄວ້າໄຊໄດ້ພຽງ 2 ຄັ້ງເທົ່ານັ້ນ, ຈຶ່ງຖືວ່າ ຣັງນິກ ມີຜົນງານທີ່ເຫນືອກວ່າແບບທຽບກັນບໍ່ໄດ້ເລີຍ.
ໃນຈໍານວນ 13 ຄັ້ງທີ່ທັງສອງຝ່າຍໄດ້ຕໍ່ສູ້ກັນນັບຕັ້ງແຕ່ ຣັງນິກ ເປັນຜູ້ຈັດການຂອງ ຮັນໂນເວີ, ຊາລເກ ແລະ ຮອບເຟັນໄຮ ເຊິ່ງລາວເສຍໃຫ້ກັບ ຄລອບ ພຽງສອງຄັ້ງ ໂດຍຄັ້ງທຳອິດເກີດຂຶ້ນໃນປີ 2005 ເຊິ່ງ ຄລອບ ເປັນຈັດການທີມ ໄມ ແລະ ຄັ້ງທີສອງ ຄລອບ ຮັບຫນ້າທີ່ຄຸມ ໂບຣຸສເຊຍ ດອດມຸນ ພາທີພິຊິດ ຮອບເຟັນໄຮ ຂອງ ຣັງນິກ ໄດ້ດ້ວຍປະຕູ 2-1 ໃນປີ 2009.

