ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຕາງໜ້າກະຊວງປ້ອງກັນປະເທດ ຣັດເຊຍ ປະຈໍາລາວ ຄົນໃໝ່

ວັນທີ 24 ກຸມພາ 2022 ຢູ່ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນຕີ ຄຣາບຢຽບ ເດິມີຕລີ ເວິລາດີ ເມຍ ໂລວິດ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ຄົນໃໝ່.
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ພົນຕີ ຄຣາບຢຽບ ເດິມີຕລີ ເວິລາດີ ເມຍ ໂລວິດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນຫົວໜ້າຫ້ອງ ການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສະຫະພັນ ຣັດເຊຍ ປະຈຳລາວ ຄົນໃໝ່ ແລະ ໄດ້ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສປປ ລາວ-ສ ຣັດເຊຍ ແລະ ຫວັງວ່າ ຫົວໜ້າຫ້ອງການຜູ້ຕາງໜ້າຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືດ້ານຕ່າງໆ ໃຫ້ແໜ້ນແຟ້ນຂຶ້ນໂດຍສະເພາະຂົງເຂດປ້ອງກັນຊາດ ໃນການກໍ່ສ້າງນາຍທະຫານກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ມີແບບແຜນທີ່ທັນສະໄໝ.
ທ່ານ ພົນຕີ ຄຣາບຢຽບ ເດິມີຕລີ ເວິ ລາດີ ເມຍໂລວິດ ກໍໄດ້ສະແດງຄວາມຂອບໃຈທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະການປະຕິ ບັດໜ້າທີ່ຢູ່ສປປ ລາວ ຈະສຸມທຸກຄວາມພະຍາຍາມທັງເຫື່ອແຮງ ແລະ ສະຕິປັນຍາປະກອບສ່ວນເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຊ່ວຍເຫລືອໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

