ເຈົ້າໜ້າທີ່ ຊີ້ແຈງເຫດການຍົກຍ້າຍ ແລະ ຂົນເຄື່ອງອອກຈາກຮ້ານ ຂອງປະຊາຊົນ ຢູ່ບ້ານຈັນສະຫວ່າງ ເມືອງ ສີໂຄດຕະບອງ

ວັນທີ 4 ກໍລະກົດ 2025 ທ່ານ ລັດສະໝີ ເພັດລາວັນ ຫົວໜ້າກອງປະຕິບັດ ຄຳຕັດສິນຂອງສານ ປະຈຳ ນະຄອນຫລວງວຽງຈັນ ໄດ້ຊີ້ແຈງ ກ່ຽວກັບການລົງປະຕິບັດຄຳພິພາກສາຂອງສານ ຄັ້ງວັນທີ 2 ກໍລະກົດ 2025 ທີ່ບ້ານ ຈັນສະຫວ່າງ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ ວ່າ: ອີງຕາມ ສຳນວນຄະດີແພ່ງເລກທີ 133/ຂຕ, ລົງວັນທີ 03 ມີນາ 2004; ຄຳພິພາກສາ ຂອງສານປະຊາຊົນ ສູງສຸດສະບັບເລກທີ 07-09/ຄສຸພ.ຂລ, ລົງວັນທີ 24 ມັງກອນ 2007

ທ່ານ ລັດສະໝີ ເພັດລາວັນ ໄດ້ຊີ້ແຈງ ວ່າ: ອີງ​ຕາມ ສຳນວນຄະດີແພ່ງເລກທີ 133/ຂຕ, ລົງວັນທີ 03 ມີນາ 2004; ​ຄຳ​ພິພາກສາ ຂອງສານປະຊາຊົນ ສູງສຸດສະບັບເລກທີ 07-09/ຄສຸພ.ຂລ, ລົງ​ວັນ​ທີ 24 ມັງກອນ 2007.

ຄະດີລະຫວ່າງ ນາງ ວອນ ມີລາ ( ໂຈດ), ທ້າວ ບຸນມີ, ທ້າວ ບຸນລ້ວນ, ນາງ ຫວັນ, ທ້າວ ສີສະຫວັດ, ທ້າວ ເກົາຟູ, ທ້າວ ແກ້ວບຸນທຳ, ທ້າວ ບຸນທີ່ມ, ທ້າວ ກ່ຳ, ທ້າວ ວຽງຄຳ, ທ້າວ ສົມບູນ, ທ້າວ ປ້ອມ ( ຈໍາເລີຍ ). ເລື່ອງ ທວງໃຫ້ຍົກຍ້າຍອອກຈາກທີ່ດີນ.

ຄະດີດັ່ງກ່າວສານປະຊາຊົນເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ລົງຄຳຕັດສິນສະບັບເລກທີ 185/ຂຕ.ພ, ລົງວັນທີ 31 ສິງຫາ 2004. ສານປະຊາຊົນ ນະຄອນຫຼວງວຽງຈັນ ຂັ້ນອຸທອນໄດ້ພິພາກສາ ສະບັບເລກທີ 09/ອທ.ພ, ລົງວັນທີ 16 ສີງຫາ 2005 ແລະ ສານປະຊາຊົນສູງສຸດໄດ້ພິພາກສາ ສະບັບເລກທີ 07-09/ຄສພ.ຂລ, ລົງ​ວັນ​ທີ 24 ມັງກອນ 2007 ເຊິ່ງມີເນື້ອໃນບອກວ່າ:

– ໃຫ້ພວກຈຳເລີຍ ຈຳນວນ 11 ຄອບຄົວຍົກຍ້າຍອອກຈາກທີ່ດິນຂອງໂຈດ

– ໃຫ້ໂຈດມອບທີ່ດິນຈຳນວນ 20 x 20 ແມັດໃຫ້ແກ່ທ້າວ ບຸນມີ (ຈໍາເລີຍ)

– ໃຫ້ພວກຈຳເລີຍທົດແທນເງິນວາງສານຈຳນວນ 520,000 ກີບ ຄືນໃຫ້ແກ່ໂຈດ

– ໃຫ້ພວກຈໍາເລີຍຈ່າຍເງິນຄ່າອາກອນລັດ ຈໍານວນ 100,000 ກີບ ພ້ອມທັງຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆໃນເວລາຈັດຕັ້ງປະຕິບັດຄຳຕັດສິນຂອງສານຈົນສຳເລັດ.

ພາຍຫລັງຄຳພິພາກສາຂອງສານໃຊ້ໄດ້ເດັດຂາດແລ້ວ ກອງປະຕິບັດຄຳຕັດສິນຂອງສານນະຄອນຫລວງ ວຽງຈັນ ໄດ້ຮຽກໂຈດ ແລະ ພວກຈໍາເລີຍເຂົ້າມາຮັບຊາບຄໍາຕັດສິນ ແລະ ຄໍາພິພາກສາຂອງສານ ແຕ່ພວກຈຳເລີຍແມ່ນບໍ່ເຫັນດີປະຕິບັດ, ກອງປະຕິບັດຄໍາຕັດສິນຂອງສານໄດ້ອອກຄໍາສັ່ງຍົກຍ້າຍ ເລກທີ 23/ຫຈສ, ລົງວັນທີ 13 ກໍລະກົດ 2007 ແລະ ອອກແຈ້ງການໃຫ້ຍົກຍ້າຍອອກດ້ວຍຕົນເອງຫລາຍຄັ້ງ, ແຕ່ພວກຈໍາເລີຍ ແລະ ຜູ້ຢູ່ອາໄສ ບໍ່ຍອມປະຕິບັດຈິ່ງໄດ້ສົມທົບກັບຄະນະກໍາມະການທີ່ກ່ຽວຂ້ອງລົງສຶກສາອົບຮົມພວກຈໍາເລີຍເພື່ອໃຫ້ປະຕິບັດຄຳຕັດສິນຂອງສານ ນັບແຕ່ປີ 2007-2025 ຫລາຍກວ່າ 20 ຄັ້ງ ແລະ ມີ 4 ຄອບຄົວທີ່ເຫັນດີຍົກຍ້າຍອອກຕາມຄຳພິພາກສາຂອງສານ.

ໂຈດໄດ້ມີນະໂຍບາຍເຊິ່ງບໍ່ນອນຢູ່ໃນຄຳພິພາກສາຂອງສານໃຫ້ແຕ່ລະຄອບຄົວທີ່ເຫັນດີຍົກຍ້າຍອອກດ້ວຍຕົວເອງຄື: ທີ່ດິນ13×21 ແມັດ ແລະ ເງິນຈໍານວນ 10,000,000 ກີບ ເຊົ່າເຮືອນໃຫ້ຢູ່ຊົ່ວຄາວ 6 ເດືອນ ພ້ອມທັງຊ່ວຍຂົນເຄື່ອງຕ່າງໆໃຫ້ໄປຢູ່ບ່ອນໃໝ່, ສ່ວນຄອບຄົວທີ່ບໍ່ເຫັນດີປະຕິບັດ ໄດ້ຮຽກຮ້ອງຂໍຄ່າຊົດເຊີຍ ເປັນເງີນ 200,000 ໂດລາ, 2,000,000 ບາດ, 1,000,000 ບາດ, 600,000 ບາດ ແຕ່ໂຈດບໍ່ສາມາດໃຫ້ໄດ້ຕາມການຮ້ອງຂໍ ນີ້ກໍ່ສະແດງວ່າພວກຈໍາເລີຍຮັບຮູ້ຄໍາພິພາກສາຂອງສານແຕ່ບໍ່ຍອມປະຕິບັດ.

ພວກຈຳເລີຍໄດ້ຂຽນຄຳຮ້ອງຂໍຮື້ຟື້ນຫາອົງການໄອຍະການປະຊາຊົນສູງສຸດ ແລະ ຄຳຮ້ອງຂໍຄວາມເປັນທຳຫາພາກສ່ວນກ່ຽວຂ້ອງ ແລະ ພາກສ່ວນດັ່ງກ່າວ ໄດ້ມີຄຳຕົກລົງ, ໜັງສືແຈ້ງການ ແລະ ແຈ້ງຕອບຕໍ່ພວກກ່ຽວດັ່ງນີ້:

– ອົງການໄອຍະການປະຊາຊົນສູງສຸດ ໄດ້ມີໜັງສືສະເໜີໃຫ້ສືບຕໍ່ປະຕິບັດ ສະບັບເລກທີ118/ອອປສ, ລົງ​ວັນ​ທີ 23 ທັນ ວາ 2019 ໃຫ້ສໍາເລັດຕາມລະບຽບກົດໝາຍ ແລະ ຄໍາຕົກລົງບໍ່ຮື້ຟື້ນຄະດີ 2 ຄັ້ງ ຕາມຄໍາຕົກລົງເລກທີ 079/ອອປສ, ລົງວັນທີ 23 ກໍລະກົດ 2021; ສະບັບເລກທີ 148/ອອປສ ລົງວັນທີ 28 ພຶດສະພາ 2024.

– ພາກສ່ວນທີ່ໄດ້ຮັບຄຳຮ້ອງຂໍຄວາມເປັນທຳຂອງພວກຈຳເລີຍເປັນຕົ້ນ ສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກ ໄດ້ມີໜັງສືແຈ້ງມາ ຍັງກະຊວງຍຸຕິທຳ ໃຫ້ສືບຕໍ່ຈັດຕັ້ງປະ ຕິບັດຄໍາພິພາກສາຂອງສານປະຊາຊົນສູງສຸດ ເລກທີ 07-09/ຄສພ.ຂລ, ລົງ​ວັນ​ທີ 24 ມັງກອນ 2007 ໃຫ້ສໍາເລັດຕາມລະບຽບກົດໝາຍ.

– ກະຊວງຍຸຕິທຳ ໄດ້ມີໜັງສືແຈ້ງຕອບຄຳຮ້ອງຂອງພວກຈຳເລີຍ ສະບັບເລກທີ 132/ຫກ, ລົງວັນທີ 23 ມັງກອນ 2025 ໃຫ້ປະຕິບັດຕາມຄໍາພິພາກສາຂອງສານເລກທີ 07-09/ຄສພ.ຂລ, ລົງ​ວັນ​ທີ 24 ມັງກອນ 2007 ຂອງສານປະຊາຊົນສູງສຸດໃຫ້ສໍາເລັດຕາມຂັ້ນຕອນ ແລະ ນໍາໃຊ້ມາດຕະການຕາມລະບຽບກົດໝາຍທີ່ກຳນົດໄວ້ຢ່າງຖືກຕ້ອງ ແລະ ເຂັ້ມງວດ.

– ກອງປະຕິບັດຄຳຕັດສິນຂອງສານ ໄດ້ລາຍງານຂັ້ນເທິງ ແລະ ການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງເພື່ອຮັບຮູ້ ແລະ ຄວາມເປັນເອກະພາບໃນການນຳໃຊ້ມາດຕະການຕໍ່ພວກຈຳເລີຍ ແລະ ຜູ້ອາໄສຢູ່ດິນບ່ອນຂັດແຍ່ງກັນນັ້ນຕາມໃບຕາດິນເລກທີ 1201, ລົງວັນທີ 06 ສິງຫາ 2008 ອອກຊື່ນາງ ວອນ ມີລາ, ປັດຈຸບັນມີຄອບຄົວທີ່ເຂົ້າມາຢູ່ດີນບ່ອນຂັດແຍ່ງທັງໝົດ 17 ຄອບຄົວທັງອາໃສຢູ່ ແລະ ຄ້າຂາຍ.

– ຄັ້ງວັນທີ 29 ພຶດສະພາ 2025 ກອງປະຕິບັດຄໍາຕັດສິນຂອງສານ ໄດ້ສົມທົບກັບອົງການໄອຍະການ ນະຄອນຫລວງວຽງຈັນ, ປກສ ນະຄອນຫລວງວຽງຈັນ, ອົງການປົກຄອງເມືອງ, ປກສ ເມືອງ, ປກສ ກຸ່ມບ້ານ, ອຳນາດການປົກຄອງບ້ານ ຈັນສະຫວ່າງ ເມືອງ ສີໂຄດຕະບອງ ສຶກສາອົບຮົມຈຳນວນ 17 ຄອບຄົວ ທີ່ອາໄສຢູ່ທີ່ດິນບ່ອນຂັດແຍ່ງໃຫ້ຍົກຍ້າຍອອກຕາມຄຳພິພາກສາຂອງສານ .

– ໃນຄັ້ງວັນທີ 3 ມິຖຸນາ 2025 ໄດ້ອອກແຈ້ງການອີກເປັນສະບັບສຸດທ້າຍເພື່ອໃຫ້ພວກຈຳເລີຍ ແລະ ບຸກຄົນທີ່ອາໄສຢູ່ດິນຍົກຍ້າຍອອກ, ໄດ້ເປີດກອງປະຊຸມປຶກສາຫລືຄວາມເປັນເອກະພາບກ່ອນຈະລົງຍົກຍ້າຍ ແລະ ວັນທີ 24 ມິຖຸນາ 2025 ໄດ້ສົມທົບກັບຄະນະກຳມະການທີ່ກ່ຽວຂ້ອງລົງສຶກສາອົບຮົມ ພ້ອມທັງແຈ້ງແຕ່ລະຄອບຄົວຍົກຍ້າຍດ້ວຍຕົນເອງ ກ່ອນວັນທີ 2 ກໍ ລະກົດ 2025, ແຕ່ພວກຈຳເລີຍ ແລະ ບຸກຄົນທີ່ອາໄສຢູ່ດິນຍັງບໍ່ຍອມປະຕິບັດ ແລະ ມີການຂັດຂວາງດ້ວຍວີທີການຕ່າງໆ.

ເຫັນວ່າຄະດີດັ່ງກ່າວໄດ້ແກ່ຍາວເວລາມາ 20 ກວ່າປີ. ສະນັ້ນ, ໃນວັນທີ 2 ກໍລະກົດ 2025 ກອງປະຕິບັດຄຳຕັດສິນຂອງສານໄດ້ສົມທົບກັບຄະນະກຳມະການພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນ ອົງການໄອຍະການ ນະຄອນຫລວງວຽງຈັນ, ປກສ ນະຄອນຫລວງວຽງຈັນ, ອົງການປົກຄອງເມືອງ, ປກສ ເມືອງ, ປກສ ກຸ່ມບ້ານ, ອຳນາດການປົກຄອງບ້ານ ຈັນສະຫວ່າງ ລົງຍົກຍ້າຍຕົວຈິງ ມີບາງຄອບຄົວໃຫ້ການຮ່ວມມືໃນການຍົກຍ້າຍ, ບາງຄອບຄົວບໍ່ຍອມ ແລະ ໄດ້ຖ່າຍຮູບ ຖ່າຍວີດີໂອ ລົງສື່ສັງຄົມອອນລາຍເພື່ອວິພາກວິຈານບິດເບືອນກັບຄວາມເປັນຈິງ ເຮັດໃຫ້ສັງຄົມມີຄວາມເຂົ້າໃຈຜິດ.

ສະນັ້ນ, ກອງປະຕິບັດຄຳຕັດສິນຂອງສານຈິ່ງໄດ້ຊີ້ແຈງຕໍ່ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມ, ປະຊາຊົນ ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງຕໍ່ການຈັດຕັ້ງປະຕິບັດຄຳພິພາກສາຂອງສານ ແລະ ການນຳໃຊ້ມາດຕະການຕາມກົດໝາຍ.

ກ່ຽວກັບການປະຕິບັດຄຳພິພາກສາຂອງສານໃນສ່ວນທີ່ຍັງບໍ່ທັນສຳເລັດ, ກອງປະຕິບັດຄຳຕັດສິນຂອງສານ ຈະໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງສືບຕໍ່ປະຕິບັດຍົກຍ້າຍໃຫ້ສຳເລັດຕາມຄຳພິພາກສາຂອງສານ.

ທີ່ມາ: ໜັງສືພິມ ຄວາມສະຫງົບ