ສ.ເກົາຫລີ ເຜີຍ ອັດຕາການເກີດໃນປີ 2021 ຫລຸດລົງຕໍ່າສຸດເປັນປະຫວັດສາດ

ສຳນັກງານສະຖິຕິ ສ.ເກົາຫລີ ເປີດເຜີຍຂໍ້ມູນວ່າ: ອັດຕາຈະເລີນພັນ ຫລື ອັດຕາການມີລູກຂອງຜູ້ຍິງໃນ ສ.ເກົາຫລີ ປີ 2021 ຫລຸດລົງສູ່ລະດັບຕໍ່າສຸດເປັນປະຫວັດສາດ ເນື່ອງຈາກມີເດັກເກີດໃໝ່ໜ້ອຍລົງ.

ສຳນັກງານສະຖິຕິລະບຸວ່າ: ອັດຕາຈະເລີນພັນໂດຍລວມ ເຊິ່ງເປັນການຄາດການຈຳນວນລູກໂດຍສະເລ່ຍທີ່ຜູ້ຍິງໜຶ່ງຄົນອາດໃຫ້ກຳເນີດໃນຊ່ວງຊີວິດ ຢູ່ທີ່ 0,81 ຄົນໃນປີ 2021 ຫລຸດລົງຈາກລະດັບຂອງປີ 2020 ເຊິ່ງມີ 0,84 ຄົນ.

ສຳນັກຂ່າວຊິນຮົວລາຍງານວ່າ: ຕົວເລກດັ່ງກ່າວຕໍ່າທີ່ສຸດນັບແຕ່ເລີ່ມຮວບຮວມຂໍ້ມູນໃນປີ 1970 ໂດຍອັດຕາຈະເລີນພັນຫລຸດລົງ 1,74 ຄົນ ຕໍ່າກວ່າ 2 ຄົນໃນປີ 1984 ແລະ ຫລຸດລົງມາຢູ່ 0,98 ຄົນໃນປີ 2018 ກ່ອນຈະຫລຸດເຫລືອ 0,92 ຄົນໃນປີ 2019 ແລະ ຕົກລົງມາຢູ່ 0,84 ຄົນໃນປີ 2020. ຈຳນວນເດັກເກີດໃໝ່ຢູ່ລະດັບຕໍ່າສຸດຄັ້ງໃໝ່ 260.500 ຄົນໃນປີ 2021 ຫລຸດລົງ 4,3% ຈາກປີກ່ອນໜ້າ.

ຂະນະທີ່ການເກີດລູກຫລຸດລົງຢ່າງຕໍ່ເນື່ອງ ເນື່ອງຈາກທ່າອ່ຽງທີ່ເພີ່ມຂຶ້ນຂອງການແຕ່ງດອງຊ້າ ແລະ ຈຳນວນຜູ້ຍິງໄວມີລູກຫລຸດລົງ, ຂະນະທີ່ຈຳນວນການແຕ່ງດອງມີ 192.500 ຄູ່ໃນປີ 2021 ຫລຸດລົງ 9,8% ຈາກປີກ່ອນໜ້າ. ອາຍຸສະເລ່ຍຂອງຜູ້ຍິງໃນການໃຫ້ກຳເນີດລູກມີ 33,4 ປີໃນປີ 2021 ເພີ່ມຂຶ້ນ 0,2 ຈຸດຈາກປີກ່ອນໜ້າ.

ລາຍງານລະບຸວ່າ: ອັດຕາການເກີດທີ່ຕໍ່າເຮັດໃຫ້ເກີດຄວາມກັງວົນກ່ຽວກັບສະພາບໜ້າຜາປະຊາກອນ (demographic cliff) ເຊິ່ງໝາຍເຖິງຈຳນວນສະມາຊິກໃນຄອບຄົວທີ່ຫລຸດລົງ ອັນນຳໄປສູ່ສະພາບໜ້າຜາການບໍລິໂພກ (consumption cliff) ໃນທ້າຍທີ່ສຸດ.

ສ່ວນຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ 4,2% ເມື່ອທຽບໃສ່ປີຕໍ່ປີ ມີ 317.800 ຄົນໃນປີ 2021 ເຊິ່ງເປັນຈຳນວນສູງທີ່ສຸດນັບແຕ່ປີ 1970 ອັນເປັນຜົນຈາກການແພ່ລະບາດຂອງພະຍາດໂຄວິດ-19 ແລະ ປະຊາກອນສູງອາຍຸເພີ່ມຂຶ້ນຢ່າງວ່ອງໄວ.

ທັງນີ້, ຈຳນວນຜູ້ເສຍຊີວິດເພີ່ມສູງທີ່ສຸດບວກກັບອັດຕາການເກີດລູກຕໍ່າສຸດ ສົ່ງຜົນໃຫ້ປະຊາກອນຂອງ ສ.ເກົາຫລີ ຫລຸດລົງ 57.300 ຄົນໃນປີຜ່ານມາ ເຊິ່ງເປັນການຫລຸດລົງຕໍ່ເນື່ອງເປັນປີທີ 2.