ເກີດເຫດແຜ່ນດິນໄຫວຢູ່ປະເທດ ເຮຕິ ມີຄົນເສຍຊີວິດຫລາຍກ່ວາ 1.000 ຄົນ.

ວັນທີ 16 ສິງຫາ 2021 ນີ້, ສຳນັກຂ່າວ Guardian ໄດ້ລາຍງານຄວາມເສຍຫາຍ ຈາກເຫດແຜນດິນໄຫວ ຢູ່ປະເທດເຮຕິ ໃນວັນທີ 14 ສິງຫາ 2021 ຜ່ານມາ ວ່າ: ແຜນດິນໄຫວຄັ້ງນີ້ມີຄວາມແຮງເຖິງ 7,2 ຣິກເຕີ, ຄວາມຮຸນແຮງດັ່ງກ່າວໄດ້ເຮັດອາຄານບ້ານເຮືອນຫລາຍພັນຫລັງ, ສໍານັກງານຕ່າງໆໄດ້ຖະຫລົ້ມລົງ ເສຍຄວາມເສຍຫາຍຈຳນວນຫລາຍ ແລະ ເຮັດໃຫ້ມີຄົນເສຍຊີວິດແລ້ວ 1.297 ຄົນ ແລະ ສູນຫາຍອີກຫຼາຍຮ້ອຍຄົນ.

ໜ່ວຍກູ້ໄພຍັງສືບຕໍ່ຄົ້ນຫາຜູ້ທີ່ຄິດວ່າຫຍັງຈະລອດຊິວິດຢູ່. ສູນກາງຂອງແຜ່ນດິນໄຫວເກີດຂຶ້ນຢູ່ທີ່ເມືອງ Port-au-Prince ຫ່າງອອກໄປທາງທິດຕາເວັນຕົກຂອງປະເທດປະມານ 160 ກິໂລແມດ.

ຄວາມແຮງສັ່ນສະເທືອນຮູ້ສຶກໄດ້ເຖິງເຂດທະເລ ກາຣິບຽນ, ໂຮງຮຽນຫຼາຍແຫ່ງ ແລະ ອາຄານສະຖານທີ່ເທິງບົນເກາະ ດ້ຮັບຜົນເສຍຫາຍຢ່າງໜັກ.

ອົງການປົກປ້ອງພົນລະເມືອງຂອງ ເຮຕິ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນຈາກ 304 ຄົນ ເພີ່ມຂຶ້ນເປັນ 1.297 ຄົນ, ໃນນັ້ນ 160 ຄົນ ແມ່ນຢູ່ທາງທິດໃຕ້ຂອງປະເທດ. ນອກຈາກນີ້ ກໍຍັງມີຜູ້ສູນຫາຍ ແລະ ບາດເຈັບ ຕື່ມອີກຫຼາຍຮ້ອຍຄົນ.