ສະພາເນປານເລື່ອນພິຈາລະນາ ‘ເງິນຊ່ວຍເຫລືອ’ ຈາກອາເມລິກາ ຫລັງປະຊາຊົນຕໍ່ຕ້ານໜັກ

ສະພາຂອງເນປານເລື່ອນພິຈາລະນາໂຄງການເງິນສະໜັບສະໜູນເພື່ອການພັດທະນາໂຄງລ່າງພື້ນຖານຂອງອາເມລິກາ “ແບບບໍ່ມີກຳນົດ” ເພາະປະຊາຊົນປະທ້ວງຕໍ່ຕ້ານຢ່າງໜັກ.
ວັນທີ 26 ກຸມພາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະພາຜູ້ແທນລາຊະດອນຂອງເນປານມີມະຕິເລື່ອນການອະພິປາຍ ແລະ ການລົງມະຕິກ່ຽວກັບ ການຊ່ວຍເຫລືອມູນຄ່າ 500 ລ້ານໂດລາສະຫະລັດ ຈາກລັດຖະບານວໍຊິງຕັນ “ອອກໄປກ່ອນແບບບໍ່ມີກຳນົດ” ເນື່ອງຈາກການປະທ້ວງຕໍ່ຕ້ານຢ່າງໜັກຂອງປະຊາຊົນ ເຊິ່ງຍືດເຍື້ອມາແຕ່ອາທິດຜ່ານມາ.
ທັງນີ້, ເງິນຈຳນວນດັ່ງກ່າວເປັນໄປຕາມການລົງນາມລະຫວ່າງລັດຖະບານເນປານ ຮ່ວມກັບ ອົງກອນມິລເລນນຽມແຊລເລນ (The Millennium Challenge Corporation) ຫລື ເອັມຊີຊີ ເຊິ່ງເປັນໜ່ວຍງານອິດສະຫລະຂອງລັດຖະບານວໍຊິງຕັນ ເມື່ອປີ 2017 ເພື່ອສະໜັບສະໜູນການປັບປຸງຖະໜົນ ແລະ ເສົາສົ່ງກະແສໄຟຟ້າ ເປັນໄລຍະທາງ 300 ກິໂລແມັດ ໃນພື້ນທີ່ຫ່າງໄກຂອງເນປານ.
ໃນໄລຍະເວລາຜ່ານມາ, ລັດຖະບານເນປານຢືນຢັນວ່າ: ເງິນຊ່ວຍເຫລືອທັງໝົດ “ຄືຂອງຂວັນ” ຫລື “ເປັນເງິນໃຫ້ລ້າ” ທີ່ຈະເປັນປະໂຫຍດຕໍ່ປະຊາຊົນ ໂດຍສະເພາະການສ້າງວຽກໃໝ່. ເຖິງຢ່າງໃດກໍຕາມ, ຝ່າຍຄ້ານຂອງເນປານ ແລະ ພັກຮ່ວມລັດຖະບານຫລາຍພັກເບິ່ງວ່າ: ການຮ່ວມມືທີ່ວ່ານີ້ “ຢູ່ເໜືອກົດໝາຍ” ແລະ ຈະເປັນການເຮັດໃຫ້ເນປານ “ສູນເສຍອຳນາດອະທິປະໄຕ” ເນື່ອງຈາກເມື່ອວິເຄາະຢ່າງລະອຽດແລ້ວ ພົບວ່າໜ່ວຍງານລັດຂອງເນປານ “ມີບົດບາດໜ້ອຍ” ຕໍ່ການດຳເນີນງານ ແລະ ການກວດສອບໂຄງການທັງໝົດ.
ຂະນະທີ່ພັກການເມືອງສາຍສະໜັບສະໜູນອະດີດກະບົດເໝົາອິສ ແລະ ພັກກອມມູນິດເນປານ ວິຈານອີກວ່າ: ອາດເປັນ “ເຈດຕະນາແອບແຝງ” ຂອງອາເມລິກາ ໃນການນຳຊິ້ນສ່ວນທາງທະຫານເຂົ້າມາຕິດຕັ້ງ ເນື່ອງຈາກເປນານມີຊາຍແດນຕິດກັບຈີນ, ສ່ວນສະຖານເອກອັກຄະລັດຖະທູດອາເມລິກາປະຈຳນະຄອນຫລວງກາບມານທຸ ອອກຖະແຫລງການຢືນຢັນ “ຄວາມບໍລິສຸດໃຈ”.

