ລາຄາອາຫານໂລກປັບຫລຸດລົງ ໃນເດືອນກັນຍາ

ໂຄງການອາຫານໂລກແຫ່ງສະຫະປະຊາຊາດ ຖະແຫລງໃນວັນທີ 4 ຕຸລາວ່າ: ລາຄາອາຫານໂລກປັບຫລຸດລົງໃນເດືອນກັນຍາຈາກເດືອນກ່ອນນັ້ນ ໂດຍມີພຽງລາຄານ້ຳຕານເທົ່ານັ້ນທີ່ຍັງສູງຂຶ້ນ.
ອົງການອາຫານ ແລະ ກະສິກຳແຫ່ງສະຫະປະຊາຊາດ (FAO) ເຊິ່ງມີມາດຕາວັດແທກການປ່ຽນແປງດັດຊະນີອາຫານໂລກລາຍເດືອນສຳລັບສິນຄ້າຕົ້ນຕໍເຊັ່ນ: ທັນຍາພືດ, ພືດນ້ຳມັນ, ຜະລິດຕະພັນນົມ, ຊີ້ນສັດ ແລະ ນ້ຳຕານ ສະເລ່ຍ 165,4 ຈຸດ ໃນເດືອນກັນຍາ ຈາກ 167,7 ຈຸດ ໃນເດືອນສິງຫາ. FAO ລາຍງານວ່າ: ຜົນຜະລິດທັນຍາພືດທົ່ວໂລກປີ 2018 ຢູ່ທີ່ 2.591 ລ້ານໂຕນ ເພີ່ມຂຶ້ນ 3 ລ້ານໂຕນ ຈາກຄາດຄະເນໄວ້ກ່ອນນັ້ນ, ແຕ່ຖືວ່າຫລຸດລົງ 63 ລ້ານໂຕນ ຫລື 2,4% ຈາກລະດັບການຜະລິດໃນປີ 2017, ສ່ວນທ່າອ່ຽງຜົນຜະລິດເຂົ້າສາລີທົ່ວໂລກປີ 2018 ເກືອບບໍ່ປ່ຽນແປງ ໂດຍຢູ່ໃນລະດັບ 722,4 ລ້ານໂຕນ ຖືວ່າໜ້ອຍທີ່ສຸດນັບແຕ່ປີ 2013.

