ໂຄແວັກມີວັກຊີນປ້ອງກັນໂຄວິດ ເກີນຄວາມຕ້ອງການເປັນຄັ້ງທຳອິດ

ໂຄງການລິເລີ່ມໃຫ້ທົ່ວໂລກສາມາດເຂົ້າເຖິງວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19 ຫລື ໂຄແວັກ (COVAX) ກຳລັງຫາທາງແຈກຢາຍວັກຊີນຫລາຍກວ່າ 300 ລ້ານໂດສ ເນື່ອງຈາກປະສົບບັນຫາມີວັກຊີນເກີນຄວາມຕ້ອງການເປັນຄັ້ງທຳອິດ.
ກຸ່ມຈັດສັນວັກຊີນອິດສະຫລະຂອງໂຄແວັກເຜີຍແພ່ເອກະສານໃນກາງເດືອນກຸມພາວ່າ: ໂຄແວັກທີ່ດຳເນີນການໂດຍອົງກອນພັນທະມິດໂລກດ້ານວັກຊີນ ແລະ ການ້ສາງພູມຕ້ານທານ ຫລື ກາວີ (GAVI) ແລະ ອົງການອະນາໄມໂລກ ມີວັກຊີນສຳລັບຈັດສັນໃຫ້ປະເທດຕ່າງໆ ຈຳນວນ 436 ລ້ານໂດສ, ແຕ່ປະເທດລາຍໄດ້ໜ້ອຍໄດ້ຮ້ອງຂໍວັກຊີນຈົນຮອດເດືອນພຶດສະພາພຽງ 100 ລ້ານໂດສ ຖືເປັນຄັ້ງທຳອິດຈາກການຈັດສັນວັກຊີນທັງໝົດ 14 ຮອບທີ່ມີວັກຊີນຫລາຍກວ່າຄວາມຕ້ອງການ ເລື່ອງນີ້ກຳລັງເປັນບັນຫາຮ້າຍແຮງຂອງໂຄແວັກ ເພາະໄດ້ນຳເອົາວັກຊີນຂອງໄຟເຊີ/ໄບອອນເທກທີ່ຕ້ອງເກັບໃນຄວາມເຢັນສູງມາເປັນວັກຊີນຫລັກແທນວັກຊີນຂອງແອສຕຣາເຊເນກາໄປແລ້ວ.
ໂຄສົກຂອງໂຄແວັກຍອມຮັບວ່າ: ມີບັນຫາເລື່ອງການແຈກຢາຍວັກຊີນໃນປະເທດດ້ອຍພັດທະນາ, ຖ້າແກ້ບັນຫານີ້ໄດ້ຢ່າງວ່ອງໄວ ແລະ ກວ້າງຂວາງຈະຊ່ວຍໃຫ້ປະລິມານວັກຊີນກັບຄວາມຕ້ອງການມີຄວາມສົມດູນຫລາຍຂຶ້ນ. ຜູ້ຊ່ຽວຊານດ້ານສາທາລະນະສຸກເຕືອນວ່າ: ຄວາມຊັກຊ້າໃນການແຈກຢາຍວັກຊີນໃນປະເທດທຸກຍາກຈະເປີດໂອກາດໃຫ້ເຊື້ອໄວຣັສກາຍພັນ ແລະ ເກີດສາຍພັນໃໝ່ໆຂຶ້ນໄດ້, ສ່ວນເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບການແຈກຢາຍວັກຊີນເຜີຍວ່າ: ຫລາຍປະເທດລັງເລຈະຮັບວັກຊີນຊຸດໃໝ່ ຖ້າບໍ່ສາມາດແຈກຢາຍໄດ້ທັນ.
ອົງກອນທຶນເພື່ອເດັກແຫ່ງສະຫະປະຊາຊາດ ຫລື ຢູນິເຊຟ ເຜີຍຜົນສຳຫລວດສະມາຊິກສະຫະພາບອາຟຣິກາ 55 ປະເທດໃນເດືອນມັງກອນວ່າ: ມີ 24 ປະເທດຕ້ອງການຕູ້ເຢັນເກັບວັກຊີນ, ມີ 18 ປະເທດຕ້ອງການຕູ້ແຊ່ແຂງ, ມີ 22 ປະເທດຕ້ອງການຫ້ອງແຊ່ແຂງ ແລະ ມີ 16 ປະເທດທີ່ຂາດເຂີນຫ້ອງເຢັນ. ທ່ານມາຢູນິເຊຟໄດ້ແຈກຈ່າຍຕູ້ແຊ່ແຂງຫລາຍກວ່າ 800 ຕູ້ໃຫ້ເກືອບ 70 ປະເທດ ແລະ ຕູ້ເຢັນ 52.000 ຕູ້.

