ມຽນມາເລີ່ມສັກວັກຊີນປ້ອງກັນໂຄວິດ-19 “ຊີໂນຟາມ” ຜະລິດເອງໃນປະເທດ

ວັນທີ 5 ພຶດສະພາ 2022, ທ່ານ ຕານ ໄນ ຊໍ ຜູ້ອຳນວຍການຈາກກະຊວງສາທາລະນະສຸກມຽນມາ ເຜີຍວ່າ: ມຽນມາເລີ່ມສັກວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຂອງຊີໂນຟາມຈາກຈີນ ເຊິ່ງບັນຈຸ-ປິດຝາໃນມຽນມາ ແລະ ມີຊື່ວ່າ: “ມຽນໂຄຟາມ” ໃນນະຄອນຫລວງເນປີດໍ ແລະ ນະຄອນຢາງກຸ້ງ ລວມທັງພາກອື່ນໆ.

ການບັນຈຸ ແລະ ປິດຝາວັກຊີນປ້ອງກັນພະຍາດໂຄວິດ-19 ມຽນໂຄຟາມໃນມຽນມາ ດຳເນີນງານພາຍໃຕ້ການຮ່ວມມືລະຫວ່າງກະຊວງອຸດສາຫະກຳມຽນມາ ແລະ ບໍລິສັດ ໄຊນ່າ ເນຊັນແນລ ໄບໂອເທັກ ກຣຸບ (CNBG) ໃນເຄືອຊີໂນຟາມ.

ກະຊວງສາທາລະນະສຸກມຽນມາໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ມຽນໂຄຟາມຈາກກະຊວງອຸດສາຫະກຳທັງໝົດ 1 ລ້ານໂດສ ເມື່ອວັນທີ 29-30 ເມສາ ແລະ ເລີ່ມສັກວັກຊີນດັ່ງກ່າວໃຫ້ປະຊາຊົນກຸ່ມເປົ້າໝາຍ ໂດຍມຽນມາມີປະຊາຊົນສັກວັກຊີນຄົບໂດສຫລາຍກວ່າ 23,47 ລ້ານຄົນ ນັບຮອດວັນທີ 30 ເມສາຜ່ານມາ.

ທັງນີ້, ມຽນມາລາຍງານການກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 27 ຄົນ ໃນວັນທີ 4 ພຶດສະພາ ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 612.951 ຄົນ, ສ່ວນຜູ້ເສຍຊີວິດມີ 19.434 ຄົນ ແລະ ຜູ້ປິ່ນປົວຫາຍດີມີ 591.894 ຄົນ.

ອ້າງອີງ:

เมียนมาเริ่มฉีดวัคซีนโควิด-19 ‘ซิโนฟาร์ม’ ผลิตเองในประเทศ