ອາເມລິກາພົບຜູ້ຍິງຄົນທຳອິດຂອງໂລກ ຫາຍດີຈາກໄວຣັສ HIV

ຜູ້ມີເຊື້ອ HIV ຄົນໜຶ່ງໃນອາເມລິກາກາຍເປັນຜູ້ປ່ວຍຄົນທີ່ສາມາດຫາຍດີຈາກໄວຣັສດັ່ງກ່າວ ແລະ ເປັນຜູ້ຍິງຄົນທຳອິດຂອງໂລກທີ່ຫາຍດີ.
ວັນທີ 17 ກຸມພາ 2022, ສຳນັກຂ່າວ BBC ລາຍງານວ່າ: ຜູ້ມີເຊື້ອຄົນດັ່ງກ່າວໄດ້ຮັບການປິ່ນປົວພະຍາດທີ່ຕ້ອງໃຊ້ການປ່ຽນຖ່າຍສະເຕມເຊລໃນການປິ່ນປົວ ໂດຍສະເຕມເຊລທີ່ໄດ້ຮັບມາບັງເອີນເປັນສະເຕມເຊລຂອງຜູ້ທີ່ມີພູມຕ້ານທານໂດຍທຳມະຊາດຕໍ່ໄວຣັສ HIV. ນັກວິທະຍາສາດເຊື່ອວ່າ: ເມື່ອຮັບເລືອດນີ້ແລ້ວ ຮ່າງກາຍຂອງຜູ້ຮັບກໍຕອບສະໜອງດ້ວຍການພັດທະນາລະບົບພູມຕ້ານທານຈົນຕ້ານໄວຣັສ HIV ໄດ້ສຳເລັດ ເຮັດໃຫ້ຜົນອອກມາຜູ້ຍິງຄົນດັ່ງກ່າວບໍ່ພົບໄວຣັສຕິດຕໍ່ກັນມາ 14 ເດືອນແລ້ວ.
ແຕ່ຜູ້ຊ່ຽວຊານລະບຸວ່າ: ວິທີດັ່ງກ່າວບໍ່ສາມາດຖອດບົດຮຽນມາໃຊ້ປິ່ນປົວຄົນໃນວົງກວ້າງໄດ້ ເນື່ອງຈາກວິທີປູກປ່ຽນນັ້ນກ່ຽວຂ້ອງກັບການໃຊ້ເລືອດຈາກລົກ ເຊິ່ງມີຄວາມສ່ຽງສູງ. ຜູ້ຍິງຄົນດັ່ງກ່າວໃຊ້ວິທີນີ້ເພື່ອປິ່ນປົວພະຍາດມະເຮັງ ແລະ ຫລັງຈາກນັ້ນກໍບໍ່ຕ້ອງຮັບການເບິ່ງແຍງຄືຜູ້ມີເຊື້ອ HIV ທົ່ວໄປຕ້ອງໄດ້ຮັບການເບິ່ງແຍງອີກ.
ຜົນສຳເລັດນີ້ຖືກນຳສະເໜີຢູ່ເວທີສຳມະນາວົງການແພດໃນເມືອງເດນເວີ ອາເມລິກາ ໃນວັນທີ 15 ກຸມພາ 2022 ຜ່ານມາ ແລະ ເປັນຄັ້ງທຳອິດທີ່ຮູ້ວ່າວິທີນີ້ສາມາດໃຊ້ເປັນການປິ່ນປົວ HIV ໄດ້.
ປັດຈຸບັນ ອາເມລິກາເລີ່ມຂະຫຍາຍການສຶກສາຜູ້ມີເຊື້ອ HIV ທີ່ໄດ້ຮັບການປູກປ່ຽນເລືອດ ເພື່ອປິ່ນປົວພະຍາດຮ້າຍຕ່າງໆມາໄລຍະໜຶ່ງແລ້ວ ຫລັງປີ 2007 ພົບຜູ້ຊາຍຄົນທຳອິດທີ່ປິ່ນປົວ HIV ໄດ້ຫາຍດີຈາກການໄດ້ຮັບການປູກປ່ຽນຈາກຜູ້ບໍລິຈາກທີ່ມີເຊື້ອຕ້ານ HIV ໂດຍທຳມະຊາດ.
ຜ່ານມາ HIV ເປັນໄວຣັສຊະນິດທີ່ພົບການປິ່ນປົວໃຫ້ຫາຍດີໄດ້ຍາກ, ຜ່ານມາພົບພຽງ 3 ຄົນເຮັດໃຫ້ເມື່ອພົບຜູ້ທີ່ໄດ້ຮັບການປິ່ນປົວຫາຍດີແຕ່ລະຄັ້ງເປັນສິ່ງສະເຫລີມສະຫລອງກັນ. ປັດຈຸບັນມີຜູ້ຢູ່ກັບເຊື້ອ HIV ຫລາຍກວ່າ 37 ລ້ານຄົນ ໂດຍຫລາຍສຸດຢູ່ພາກພື້ນຊັບຊາຮາຣາຂອງອາຟຣິກາ.
ເຖິງວ່າຈະມີຜູ້ປິ່ນປົວຈົນຫາຍດີພຽງ 3 ຄົນ ແຕ່ປັດຈຸບັນມີການພັດທະນາຢາຕ້ານໄວຣັສທີ່ມີປະສິດທິພາບສູງຈົນເຮັດໃຫ້ຜູ້ທີ່ເບິ່ງແຍງຮ່າງກາຍ ແລະ ກິນຢາຢ່າງສະໝໍ່າສະເໝີໃຊ້ຊີວິດບໍ່ຕ່າງຈາກຜູ້ທີ່ບໍ່ມີໄວຣັສ.
ອ້າງອີງ:

