ສປປ ເກົາຫລີ ທົດລອງລູກສອນໄຟຕື່ມອີກໃນຂະນະທີ່ ສ. ເກົາຫລີ ຊ້ອມຮົບກັບສະຫະລັດ

ຮຽບຮຽງໂດຍ: ບູກເມືອງພວນ

ອີງຕາມແຫລ່ງຂ່າວ Vn Express ກອງທັບ ສ. ເກົາ ຫຼີ ໃຫ້ຮູ້ວ່າ: ສປປ. ເກົາຫຼີ ໄດ້ຍິງລູກສອນໄຟອີກສອງລູກ ແຕ່ບໍ່ທັນຮູ້ວ່າແມ່ນຊະນິດໃດ, ຄັ້ງນີ້ເປັນຄັ້ງທີສີ່ໃນຮອບບໍ່ທັນເຖິງສອງອາທິດ.
ລູກສອນໄຟຖືກຍິງອອກຈາກແຂວງ Nam HwangHae ແລະ ໄດ້ຕົກລົງໃສ່ທະ ເລທາງທິດຕາເວັນອອກ. ສະ ຫະລັດອາເມລິກາ ກຳລັງສົມທົບກັບສ. ເກົາຫຼີ ແລະ ຍີ່ປຸ່ນ ຕິດຕາມຢູ່.
ຄຳຖະແຫຼງການຂອງ ເກົາຫຼີ ເໜືອໄດ້ສະແດງ ຄວາມ ບໍ່ພໍໃຈຕໍ່ກັບການຊ້ອມຮົບ ຮ່ວມລະຫວ່າງ ສະຫະລັດ ກັບ ສ. ເກົາຫຼີ ທີ່ມີຂຶ້ນໃນວັນທີ 5 ສິງຫານີ້.
ກ່ອນໜ້ານີ້ ສປປ. ເກົາຫຼີໄດ້ປະກາດວ່າ: ການຊ້ອມຮົບ ຮ່ວມນັ້ນ ມັນເປັນການລ່ວງ ລະເມີດຂໍ້ຕົກລົງທີ່ ພຽງຢາງ ໄດ້ຕົກລົງໄວ້ກັບ ປະທານາທິບໍດີ ດໍໂນທຣຳ ແລະ ປະທານາທິບໍດີຂອງ ສ. ເກົາຫຼີ ມູນແຈອີນ.
ວັນທີ 6 ສິງຫານີ້, ຄຳຖະແຫຼງການຂອງກະຊວງການຕ່າງປະເທດຂອງ ສປປ. ເກົາ ຫຼີຖືກຖະແຫຼງອອກໄປວ່າ: ການຍິງລູກສອນໄຟຄັ້ງຫຼ້າສຸດ ແລະ ໄດ້ກ່າວຫາສະຫະລັດ ແລະ ສ.ເກົາຫຼີວ່າ: “ຫຼີ້ນທຸກຮູບແບບ” ເພື່ອປົກປ້ອງ ໃຫ້ແກ່ການຊ້ອມຮົບຮ່ວມ ແລະ ເວົ້າຕໍ່ອີກວ່າ: “ທາດແທ້ ກະຫາຍສົງຄາມ” ຂອງສອງຊາດດັ່ງກ່າວບໍ່ສາມາດປົກ ປິດໄດ້.
ສປປ. ເກົາຫຼີ ເອີ້ນການ ຊ້ອມຮົບຮ່ວມນີ້ວ່າ: “ມັນເປັນ ການປະຕິເສດ ແລະ ລ່ວງລະ ເມີດຢ່າງຮ້າຍແຮງ” ຕໍ່ການ ພົບປະລະຫ່ວາງ ສະຫະລັດ ອາເມລິກາ ແລະ ສປປ. ເກົາຫລີ.
ໃນບົດຖະແຫຼງການໄດ້ກ່າວເຕືອນວ່າ: “ພວກເຮົາໄດ້ ກ່າວ ເຕືອນຫຼາຍເທື່ອແລ້ວ ວ່າ: ການຊ້ອມຮົບຮ່ວມຈະ ເປັນການກີດກັ້ນການພົວພັນລະຫວ່າງ ສປປ. ເກົາຫລີ ແລະ ສະຫະລັດອາເມລິກາ ກໍຄືການພົວພັນລະຫວ່າງ ສອງພາກເກົາຫຼີ, ດັ່ງນັ້ນ ຈຶ່ງ ມີຄວາມຈຳເປັນທີ່ພວກເຮົາຈະໄດ້ເບີ່ງຄືນບາດກ້າວ ທີ່ສຳ ຄັນຂອງພວກເຮົາໃນກ່ອນ ໜ້ານີ້”
ພຽງຢາງເປັນເປົ້າໝາຍ ລົງໂທດຂອງສະຫະລັດອາເມລິກາ ແລະ ສາກົນຍ້ອນພວກເຂົາພັດທະນາອາວຸດ ນິວເຄຣຍ ແລະ ການທົດລອງຍິງລູກສອນໄຟ.
ອີງຕາມການໃຫ້ການຂອງກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ: ການຍິງຈະຫຼວດຂອງພຽງຢາງ, ໃນວັນທີ 6 ສິງຫາ ນັ້ນ ປະກົດວ່າແມ່ນລູກສອນໄຟຕິດຫົວອາວຸດນິວເຄຣຍໄລຍະສັ້ນ, ສາມາດຍິງໄກ ໄດ້ພຽງ450ກມ ແລະ ຄວາມ ສູງ 37ກມ ເທົ່ານັ້ນ.
ຄຳຖະແຫຼງການຂອງພຽງຢາງ ບໍ່ໄດ້ເວົ້າຈະແຈ້ງກ່ຽວກັບການຍິງທົດລອງລູກສອນໄຟມີພຽງແຕ່ເວົ້າ ວ່າ: ເປັນການຕອບໂຕ້ການຊ້ອມຮົບຮ່ວມຢູ່ ສ. ເກົາຫຼີ, ສປປ ເກົາຫຼີຈຳເປັນ “ຕ້ອງພັດທະນາ, ທົດລອງ ແລະ ຜັນຂະ ຫຍາຍພາຫະນະທີ່ຮຸນແຮງ ແລະ ຈຳເປັນ ເພື່ອປ້ອງກັນປະເທດຊາດ”
ອີງຕາມການໃຫ້ການຂອງ ທີ່ປຶກສາຫົວໜ້າພັນທະມິດທາງທະຫານຂອງ ສ. ເກົາ ຫຼີໃຫ້ຮູ້ວ່າ: ວັນທີ 2 ສິງຫານີ້, ລູກສອນໄຟສອງລູກຂອງພຽງຢາງໄດ້ຕົກລົງໃສ່ທະເລຂອງຍີ່ປຸ່ນ.

