ປາຂ່າ ຕາຍ ແລະ ອາດເປັນໂຕສຸດທ້າຍທີ່ມີຢູ່ລາວ

ອົງການກອງທຶນອະນຸລັກທໍາມະຊາດໂລກປະຈໍາລາວ (WWF-Laos) ພົບປາຂ່າຢູ່ແມ່ນໍ້າຂອງຕາຍເພີ່ມອີກ 1 ໂຕ ໃນວັນທີ 15 ກຸມພາ 2022. ຂະນະທີ່ກາງປີ 2021 ຕາຍ 2 ໂຕ ແລະ ການຕາຍຂອງທັງ 3 ໂຕ ພົບເຫັນຢູ່ຝັ່ງກໍາປູເຈຍ, ແຕ່ຄາດວ່າຕາຍ ແລະ ໄຫລຈາກຝັ່ງຂອງລາວ.
ທີມງານລາດຕະເວນ ຫລື ເຈົ້າໜ້າທີ່ຄຸ້ມຄອງວັງອະນຸລັກປາຂ່າ ລາຍງານວ່າ: 2-3 ປີຜ່ານມາ ພົບເຫັນປາຂ່າ 3-4 ໂຕ ແລະ 2 ໂຕທີ່ຕາຍກາງປີ 2021 ແລະ ອີກ 1 ໂຕ ໃນວັນທີ 15 ກຸມພາ 2022 ອາດ ນອນຢູ່ໃນຈໍານວນທີ່ພົບເຫັນ ນັ້ນສະແດງໃຫ້ເຫັນວ່າ ປາຂ່າຢູ່ແມ່ນໍ້າຂອງໃນ ສປປ ລາວ ອາດຕົກຢູໃນສະຖານະການສ່ຽງຕໍ່ການສູນພັນຂັ້ນສູງສຸດ.

ໃນ ສປປ ລາວ ພວກເຮົາສາມາດພົບເຫັນປາຂ່າໄດ້ ຄືຢູ່ພາກໃຕ້ຂອງລາວ ເຂດສີພັນດອນ (ບ້ານຫາງສະດໍາ ແລະ ບ້ານຫາງຄອນ ເມືອງໂຂງ ແຂວງຈໍາປາສັກ) ຊາຍແດນລະຫວ່າງ ລາວ-ກໍາປູເຈຍ. ຈາກການຕາຍຂອງປາຂ່າຄັ້ງນີ້ເຮັດໃຫ້ກະຈ່າງແຈ້ງຂຶ້ນອີກວ່າ ການອະນຸລັກ ແລະ ມາດຕະການການຄຸ້ມຄອງ ສັດນໍ້າ ຕ້ອງເພີ່ມທະວີຄູນຂຶ້ນໂດຍສະເພາະຕໍ່ຊະນິດພັນສັດນໍ້າ ທີ່ໃກ້ຈະສູນພັນຈາກແມ່ນໍ້າຂອງ ເຊັ່ນ ປາ ຝາໄລ, ປາບຶກ ແລະ ອື່ນໆ ກ່ອນຈະຊ້າເກີນໄປ.

ປາຂ່ານໍ້າຈືດ ມີ 6 ສາຍພັນ ແລະ ໜຶ່ງໃນ 6 ສາຍພັນນີ້ພົບເຫັນຢູ່ແມ່ນໍ້າຂອງ ສະເພາະໃນ ລາວ ແລະ ກໍາປູເຈຍ (ຝັ່ງກໍາປູເຈຍຍັງມີປະມານ 89 ໂຕຈາກການສໍາລວດປີ 2020) ແຕ່ຕອນນີ້ຈາກການຕາຍຂອງປາຂ່າ 3 ໂຕ ລະຫວ່າງປີ 2021-2022 ຍາກທີ່ຈະເວົ້າໄດ້ວ່າ ປາຂ່າຍັງມີຢູ່ ສປປ ລາວເພາະ 2-3 ປີທີ່ຜ່ານມາ ພົບເຫັນປາຂ່າໃນລາວມີ 3-4 ໂຕເທົ່ານັ້ນ. ປາຂ່ານໍ້າຈືດຄືໜຶ່ງໃນຊະນິດພັນສັດນໍ້າປະເພດຫວງຫ້າມ ບັນຊີ 1 ແລະ ຍັງນອນຢູ່ໃນບັນຊີແດງ ວ່າດ້ວຍສັດນໍ້າ-ສັດປ່າ ທີ່ໃກ້ຈະສູນພັນ ຂອງ IUCN. ອົງການ WWF-Laos ຮຽກຮ້ອງທຸກຄົນທຸກພາກສ່ວນຈົ່ງໃຫ້ຄວາມສໍາຄັນ ແລະ ຮ່ວມແຮງກັນປົກປັກຮັກ ສາ ແລະ ອະນຸລັກສັດນໍ້າ-ສັດປ່າ ທີ່ໃກ້ຈະສູນພັນໃຫ້ຢູ່ກັບແມ່ນໍ້າຂອງ ແມ່ນໍ້າສາຂາຕ່າງໆຢູ່ກັບຜືນປ່າ ແລະ ຊຸມຊົນ ກໍຄືປະເທດລາວເຮົາ.