ປກສ ແຂວງຫົວພັນ ມອບລົດຈັກທີ່ຖືກຄົນຮ້າຍລັກໄປ ມາຄືນໃຫ້ເຈົ້າຂອງເດີມ

ວັນທີ 3 ພຶດສະພາ 2023, ເຈົ້າໜ້າທີ່ກອງວິຊາສະເພາະຫ້ອງຕຳຫລວດ ປກສ ແຂວງຫົວພັນ ໄດ້ມອບລົດຈັກເວບ100 ເລກທະບຽບ ຈສ 3457 ຫົວພັນ ທີ່ຖືກຄົນຮ້າຍລັກໄປໃນວັນທີ 27 ເມສາ 2023 ຜ່ານມາ ຄືນໃຫ້ເຈົ້າຂອງເດີມ.

ໂດຍໃນທ້າຍເດືອນເມສາຜ່ານມາ, ພະແນກສືບສວນ-ສອບສວນ ປກສ ແຂວງຫົວພັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີລົດຈັກເສຍຈຳນວນຫລາຍຄັນ ສະນັ້ນ, ຄະນະຫ້ອງຕໍາຫລວດ ປກສ ແຂວງ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງເກັບກຳຂໍ້ມູນ ສາມາດກັກຕົວເປົ້າໝາຍລັກລອບຊື້-ຂາຍຊັບຜິດກົດໝາຍ (ປະເພດລົດຈັກ) ໄດ້ 1 ຄົນ, ພ້ອມທັງຢຶດຂອງກາງປະເພດລົດຈັກ 1 ຄັນ, ຜ່ານການສືບສວນ-ສອບສວນ ຈຶ່ງໄດ້ຮູ້ວ່າລົດຈັກຈຳນວນຄັນດັ່ງກ່າວ ຖືກລັກໃນຄັ້ງວັນທີ 27 ເມສາ 2023. ປັດຈຸບັນທາງເຈົ້າໜ້າທີ່ວິຊາສະເພາະເນີນການສືບສວນ-ສອບສວນຂະຫຍາຍຜົນພ້ອມທັງກັກຕົວຜູ້ກະທຳຜິດມາດຳເນີນຄະດີ.

ຕໍ່ກັບສະພາບປະກົດການດັ່ງກ່າວ ຈຶ່ງຮຽກຮ້ອງມາຍັງຜູ້ປະກອບການທຸກພາກສ່ວນຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນຍົກສູງສະຕິລະວັງຕົວ ບໍ່ໃຫ້ຖືເບົາເອົາງ່າຍ, ເປັນເຈົ້າການຄຸ້ມຄອງປົກປັກຮັກສາຊັບສິນຂອງຕົນເອງໃຫ້ມີຄວາມຮັບປະກັນ ແລະ ປອດໄພ ເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງ ແກ່ກຸ່ມຄົນບໍ່ດີທີ່ເຄື່ອນໄຫວລັກຊັບ.