ທາງການອີຕາລີກຽມໄລ່ລ່າ ໂຣບິນໂຢ ຫລັງຖືກສັ່ງເຂົ້າຄຸກ 9 ປີໃນຄະດີຂົ່ມຂືນ

ທາງການອີຕາລີກຽມດຳເນີນການລ່າຕົວ ໂຣບິນໂຢ ກັບມາຮັບໂທດຕາມກົດໝາຍ ຫລັງຖືກສານຕັດສິນເຂົ້າຄຸກເປັນເວລາ 9 ປີໃນຄະດີຂົ່ມຂືນສະໄຫມທີ່ຍັງຫລິ້ນໃຫ້ກັບ ເອຊີ ມິລານ.
ອະດີດນັກເຕະຊາວບຣາຊິລ ອາຍຸ 38 ປີ ຕົກເປັນຜູ້ຕ້ອງຫາໃນຄະດີຂົ່ມຂືນ ສາວຊາວແອລບາເນຍຢູ່ຫ້ອງບັນເທີງແຫ່ງຫນຶ່ງ ພ້ອມກັບຫມູ່ອີກ 6 ຄົນ ລະຫວ່າງຢູ່ກັບ ເອຊີ ມິລານ ເມື່ອເດືອນມັງກອນປີ 2013.
ເຊິ່ງຫລັງຈາກສູ້ຄະດີຢ່າງຍາວນານ ໃນທີ່ສຸດສານສູງສຸດອີຕາລີກໍປະຕິເສດການອຸທອນຄັ້ງສຸດທ້າຍ ເຮັດໃຫ້ຕ້ອງເຂົ້າຄຸກຊົດເຊີຍຄວາມຜິດເປັນເວລາ 9 ປີ ຕາມຄຳພິພາກສາຂອງສານຂັ້ນຕົ້ນ.
ແນວໃດກໍຕາມ ໂຣບິນໂຢ ຊ້ຳພັດຫລົບລີ້ຢູ່ໃນບ້ານເກີດ ເຖິງວ່າທາງການຂອງອີຕາລີໄດ້ສົ່ງເລື່ອງໄປຍັງບຣາຊລ ເພື່ອໃຫ້ນັກເຕະໄດ້ຮັບໂທດໃນປະເທດບ້ານເກີດແທນ ແຕ່ຄຳຮ້ອຂໍດັ່ງກ່າວຈະຖືກປະຕິເສດ.
ເຮັດໃຫ້ຫລ້າສຸດມີລາຍງານວ່າ ສຳນັກໄອຍະການຂອງອີຕາລີໄດ້ເຮັດເລື່ອງຂໍສົ່ງຕົວຜູ້ຮ້າຍຂ້າມແດນຮຽບຮ້ອຍແລ້ວ ເພື່ອພະຍາຍາມນຳອະດີດນັກເຕະຊາວບຣາຊິລ ກັບມາຮັບໂທດໃຫ້ໄດ້ ເຊິ່ງຫາກ ໂຣບິນໂຢ ເດີນທາງໄປຍັງປະເທດທີ່ມີສົນທິດສັນຍາສົ່ງຜູ້ຮ້າຍຂ້າມແດນກັບອິຕາລີ ໃນກວ່າ 70 ປະເທດ ກໍຈະເຮັດໃຫ້ລາວຖືກຈັບໃນທັນທີ.
ສຳລັບ ໂຣບິນໂຢ ເຄີຍຜ່ານການເປັນນັກເຕະໃຫ້ກັບຫລາຍສະໂມອນ ເຊັ່ນ : ເຣອັນ ມາດຣິດ, ເອຊີ ມິລານ, ແມນເຊສເຕີ ຊິຕີ ກ່ອນຈະແຍກທາງກັບ ຊານໂຕສ ເມື່ອປີ 2020 ຫລັງຕົກເປັນຜູ້ຕ້ອງຫາໃນຄະດີຂົ່ມຂືນ.

