ຫວຽດນາມຮ່ວມກຸ່ມກັບ ອີຣັກ, ອີຣານ ບານເຕະຊາຍຊີງແຊ້ມອາຊີ 2019

ຜົນຈັບສະຫລາກບານເຕະຊາຍຊີງແຊ້ມອາຊີ ຄັ້ງທີ 17 ຫລື AFC Asian Cup 2019 ທີ່ສະຫະລັດອາຣັບເອມີເຣສ (United Arab Emirates ຫລື UAE) ໃນ 4 ພຶດສະພານີ້.
ກູ່ມເອ: ປະກອບມີເຈົ້າພາບ UAE, ໄທ, ອິນເດຍ ແລະ ບາເຣນ. ກຸ່ມບີ: ອົດສະຕຣາລີ ແຊ້ມເກົ່າ, ຈໍແດນ (ຊັອກດານີ້), ຊີເຣຍ (ຊີຣີ) ແລະ ປາເລັສສະຕາຍ(ປາແລັສສະຕິນ). ກຸ່ມຊີ: ສາທາລະນະລັດເກົາຫລີ ແຊ້ມ 2 ສະໄຫມ, ສປ ຈີນ ແລະ 2 ນ້ອງໃຫມ່ ຟິລິບປິນ ແລະ ກີກິດສະຖານ. ກຸ່ມດີ: ອີຣານ ແຊ້ມ 3 ສະໄຫມ, ອີຣັກ, ຫວຽດນາມ ແລະ ເຢເມນ. ກຸ່ມອີ: ຊາອຸດິອາຣາບີ ແຊ້ມ 3 ສະໄຫມ, ກາຕ້າ, ສປປ ເກົາຫລີ (ເກົາຫລີເໜືອ) ແລະ ເລບານອນ (ລີບັງ).ກຸ່ມເອັຟ: ຍີ່ປຸ່ນ ແຊ້ມສູງສຸດ 4 ສະໄຫມ, ອຸດສະເບກິດສະຖານ, ໂອມານ ແລະ ຕວກມີນິດສະຖານ.
ຮູບແບບການແຂ່ງຂັນພົບກັນຫມົດໃນກຸ່ມ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມເຂົ້າສູ່ຮອບ 16 ທີມ ພ້ອມກັບທີ 3 ທີ່ມີຜົນງານດີສຸດ 4 ທີມຈາກ 6 ກຸ່ມ. ແຊ້ມໄດ້ຮັບຂັນແຊ້ມພ້ອມເງິນລາງວັນ 5 ລ້ານໂດລາສະຫະລັດ ແລະ ໄດ້ສິດເປັນຕົວແທນອາຊີ ຮ່ວມຊີງຂັນທະວີບໂລກ ຫລື FIFA Confederations Cup ໃນປີ 2021, ຮອງແຊ້ມ 3 ລ້ານໂດລາ, ທີ 3 ຮ່ວມ 1 ລ້ານໂດລາ ໂດຍທຸກທີມທີ່ເຂົ້າຮ່ວມໄດ້ຮັບຂວັນຖົງທີມລະ 200.000 ໂດລາ.
ທີມທີ່ເປັນແຊ້ມລາຍການນີ້ສູງສຸດຄື: ຍີ່ນປຸ່ນ 4 ສະໄຫມ, ອີຣານ ແລະ ຊາອຸດິອາຣາບີ ໄດ້ແຊ້ມທີມລະ 3 ສະໄຫມ, ສາທາລະນະລັດເກົາຫລີ (ເກົາຫລີໃຕ້) 2 ສະໄຫມ, ອົດສະຕຣາລີ, ຄູເວດ, ອີຣັກ ແລະ ອີສະຣາແອນ (Israel) ໄດ້ທີມລະ 1 ສະໄຫມ, ສະເພາະ ອິສະຣາແອນ (Israel) ໃນປັດຈຸບັນໄດ້ຍ້າຍໄປຂຶ້ນກັບທະວີບເອີຣົບຕັ້ງແຕ່ປີ 1970.
ລາຍການນີ້ ຈັດຂຶ້ນເປັນຄັ້ງທີ 17 ພິເສດປີນີ້ມີ 24 ທີມໃນຮອບສຸດທ້າຍເປັນຄັ້ງທຳອິດ, ຜ່ານມາມີ 16 ທີມ 4 ຄັ້ງ(2004, 2007,2011, 2015), 12 ທີມ 2 ຄັ້ງ (1996, 2000), 8 ທີມ 1 ຄັ້ງ (1992), 10 ທີມ 3 ຄັ້ງ (1980, 1984, 1988), 6 ທີມ 2 ຄັ້ງ (1972,1976), 5 ທີມ 1 ຄັ້ງ (1968) ແລະ 4 ທີມ 3 ຄັ້ງ (1956, 1960, 1964).

