ຟີຟາ ສັ່ງລົງໂທດ 4 ນັກເຕະອາເຈນຕີນາ ລະເມີດກົດໂຄວິດລະຫວ່າງຮັບໃຊ້ຊາດ

ຟີຟາ ປະກາດສັ່ງທັງປັບທັງລົງໂທດ 4 ນັກເຕະດັງຂອງທີມວຊາດອາເຈນຕີນາ ຫລັງຝືນກົດຄຸມເຂັ້ມໂຄວິດ-19 ລະຫວ່າງການຮັບໃຊ້ຊາດໃນນັດຄັດບານໂລກເຂດອາເມິລກາໃຕ້.

ເຫດການດັ່ງກ່າວເກີດຂຶ້ນໃນເກມການແຂ່ງຂັນບານເຕະໂລກ 2022 ຮອບຄັດເລືອກ ຄູ່ໃຫຍ່ລະຫວ່າງ ທີມຊາດບຣາຊິລ ກັບ ທີມຊາດອາເຈນຕີນາ ເມື່ອໄລຍະເດືນກັນຍາປີກາຍ ເຊິ່ງເກີດຄວາມວຸ້ນວາຍຂຶ້ນຫລັງເລີ່ມເກມໄດ້ບໍ່ດົນ.

ເຊິ່ງຫລັງເລີ່ມເກມບໍ່ໄດ້ບໍ່ທໍ່ໃດນາທີ ປາກົດວ່າມີເຈົ້າຫນ້າທີ່ຂອງບຣາຊິລບຸກລົງໄປໃນສະຫນາມ ເພື່ອພະຍາຍາມຈັບກຸມນັກເຕະຈາກອາເຈນຕີນາ ພ້ອມຂໍ້ອ້າງວ່ານັກເຕະທັງ 4 ຄົນ ບໍ່ປະຕິບັດຕາມາດຕະການປ້ອງກັນໂຄວິດ ເນື່ອງຈາກຜູ້ທີ່ເດີນທາງມາຈາກອັງກິດໃນຂະນະນັ້ນ ຕ້ອງຢູ່ໃນການກັກຕົວໃຫ້ຄົບ 14 ມື້ກ່ອນເຂົ້າບຣາຊິລ ແຕ່ນັກເຕະຂອງອາເຈນຕີນາບໍ່ຍອມປະຕິບັດຕາມກົດດັ່ງກ່າວ ເຮັດໃຫ້ເຈົ້າຫນ້າທີ່ຂອງທາງການບຣາຊິລ ຕ້ອງເຂົ້າໄປຈັບກຸມ ຈົນເກີດຄວາມວຸ້ນວາຍຂຶ້ນ ກ່ອນທີ່ເກມດັ່ງກ່າວຕ້ອງຖືກຍົກເລີກໄປໃນທີ່ສຸດ.

ຫລ້າສຸດ ບີບີຊີ ລາຍງານວ່າ ສະຫະພັນບານເຕະນາໆຊາດ ຫລື FIFA ໄດ້ມີຄຳສັ່ງລົງໂທດ 4 ນັກເຕະຊາວອາເຈນຕີນາໄດ້ແກ່ ຄຣິສຕຽນ ໂຣເມໂຣ, ໂຈວານີໂລ ເຊລໂຊ,​ ເອມີເລຍໂນ ບູເອັນເດຍ ແລະ ເອມິເລຍໂນ ມາຕີເນສ ໃນຂໍ້ຫາລະເມີດກົດຄວບຄຸມໂຄວິດ-19 ຂອງທາງການບຣາຊິລ ດ້ວຍການສັ່ງລົງໂທດເກມທີມຊາດຄົນລະ 2 ນັດ ເຮັດໃຫ້ທັງຫມົດບໍ່ສາມາດລົງຊ່ວຍທີມໃນເກມຄັດບານໂລກທີ່ຈະພົບກັບ ເວເນຊູເອລາ ແລະ ເອກວາດໍ ໃນໄລຍະເດືອນມີນານີ້ໄດ້.