ທຽມ ຕົກຮອບ 2 ເຕັນນິສ ເຈີຣີ ເວເບີ ໂອເພນ

ການແຂ່ງຂັນເຕັນນິສ ເອທີ ພີທົວ ລາຍການ ເຈີຣີ ເວເບີ ໂອ ເພນ ຊີງເງິນລາງວັນລວມ 1.96 ລ້ານເອີໂຣ ທີ່ເມືອງຮັລເລ ປະ ເທດເຢຍລະມັນ ໃນປະເພດຊາຍ ດ່ຽວຮອບ 2 ໂດມິນິກ ທຽມ ວາງອັນດັບ 2 ຂອງລາຍການ ຈາກ ອອສເຕຣຍ ຕ້ອງຈອດ ປ້າຍໄວ້ພຽງຮອບນີ້ ຫຼັງຖືກ ໂຣ ບິນ ຮາສ ຈາກ ເນເທີແລນ ເອົາ ຊະນະໄປ 2 ເຊັດລວດ 6-3 ແລະ 67. ຜ່ານເຂົ້າໄປຫຼິ້ນໃນ ຮອບ ກ່ອນຮອງຊະນະເລີດຕໍ່ໄປ.
+ ສ່ວນຜົນແຂ່ງຂັນຄູ່ອື່ນໆ ມີດັ່ງນີ້:
– ອະເລັກຊານເດີ ຊະເວ ເຣຟ 2-0 ເຊັດ ຟິລິບ ໂຄລໄຣເບີ 6-3, 6-4.
– ໂຣເບໂຕ ເບົາຕິດຕ້າ 2-1 ເຊັດ ດັສຕິນ ບຣາວ 6-4, 1-6, 7-6.
– ຣິຊາດ ກາສເກ 2-0 ເຊັດ ເບີນາດ ໂທມິດ 6-3, 6-3.
ຂະນະທີ່ການແຂ່ງຂັນເຕັນນິສ ເອທີພີທົວ ລາຍການ ເອກອນ ແຊ໊ມປຽນຊິບ ຊີງເງິນລາງວັນ ລວມ 1.96 ລ້ານເອີໂຣ ທີ່ນະ ຄອນຫຼວງລອນດອນ ປະເທດ ອັງກິດ ໃນປະເພດຊາຍດ່ຽວ ຮອບ 2 ໂທມັສ ເບີດິດ ມືວາງອັນ ດັບ 7 ຈາກ ສ.ເຊັກ ເອົາຊະນະ ເດນິສ ຊາໂປວາລອຟ ຈາກ ແຄ ນາດາ 2-1 ເຊັດ 7-6, 6-7, 7-5. ຜ່ານເຂົ້າຮອບ 8 ຄົນສຸດ ທ້າຍໄດ້ສຳເລັດ.
+ ສ່ວນຜົນແຂ່ງຂັນຄູ່ອື່ນໆ ມີດັ່ງນີ້:
– ກຣິກໍ ດິມິຕຣອຟ 2-1 ເຊັດ ຢູລຽງ ເບນເນຕູ 4-6, 6-3, 6-4.
– ຊິລ ມຸນເລີ 2-0 ເຊັດ ໂຈວິລຟຣີລ ຊອງກາ 6-4, 6-4.
– ໂດນັລ ຍັງ 2-0 ເຊັດ ວິກເຕີ ໂທຣອິດກີ 6-3, 6-4.

