ພະນັກງານ ກົມສ່ວຍສາອາກອນຂັ້ນພະນັກງານນຳພາ-ຄຸ້ມຄອງຂັ້ນຮອງພະແນກ ໄດ້ຮັບການຝຶກອົບຮົມວຽກງານການຄຸ້ມຄອງ ແລະ ນໍາໃຊ້ ລະບົບ TaxRIS

ວັນທີ 14 ກຸມພາ 2022 ກົມສ່ວຍສາອາກອນ ໄດ້ຈັດພິທີເປີດການຝຶກອົບຮົມກ່ຽວກັບວຽກງານການຄຸ້ມຄອງ ແລະ ນໍາໃຊ້ ລະບົບ TaxRIS ໃຫ້ແກ່ພະນັກງານ ກົມສ່ວຍສາອາກອນຂັ້ນພະນັກງານນຳພາ-ຄຸ້ມຄອງຂັ້ນຮອງພະແນກໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ, ມີຄະນະນຳຂອງກົມ, ຄະນະພະແນກການອ້ອມຂ້າງກົມສ່ວຍສາອາກອນ ແລະ ມີວິທະຍາກອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ຶ ແມ່ນເປັນການປະຕິບັດຕາມແຜນຍຸດທະສາດຂອງກະຊວງການເງິນໃນການພັດທະບຸກຄະລາກອນຂະແໜງການເງິນໃຫ້ມີຄວາມເຂັ້ມແຂງທາງດ້ານວຽກງານວິຊາສະເພາະ, ເວົ້າສະເພາະກໍ່ຄືແຜນຍຸດທະສາດຂອງຂະແໜງສ່ວຍສາອາກອນທີ່ຈະສ້າງຂີດຄວາມສາມາດຂອງພະນັກງານສ່ວຍສາອາກອນ ໃນລະດັບຜູ້ບໍລິຫານ, ພະນັກງານວິຊາການນັບແຕ່ຂັ້ນສູນກາງລົງຮອດທ້ອງຖີ່ນ ໃຫ້ມີຄວາມເຂັ້ມແຂງຢ່າງທົ່ວເຖິງເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້.
ທ່ານ ບຸນປະເສີດ ສີກຸນລະບຸດ ຍັງໃຫ້ຮູ້ວ່າ: ວຽກງານການຫັນເປັນທັນສະໄໝກໍ່ເປັນວຽກງານໜຶ່ງທີ່ຂະແໜງສ່ວຍສາອາກອນຈະຕ້ອງໄດ້ຈັດເປັນບູລິມະສິດທີ່ ສຳຄັນຫົວຂໍ້ໜຶ່ງໃນການຜັນຂະຫຍາຍແຜນຍຸດທະສາດຂອງຂະແໜງການເງິນ, ຕໍ່ກັບການຫັນວຽກງານການຄຸ້ມຄອງການ ເງິນໄປສູ່ລະບົບທັນສະໄໝເວົ້າລວມ ເວົ້າສະເພາະ ແມ່ນການຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ ໄປສູ່ລະບົບທັນສະໄໝ, ແນ່ໃສ່ປັບປຸງກົນໄກການເກັບລາຍຮັບໃຫ້ມີປະສິດທິພາບ, ໂປ່ງໃສ,ທັນເວລາ ສາມາດກວດສອບໄດ້ ເຊິ່ງສອດຄ່ອງຕາມລະບຽບກົດໝາຍ ແລະ ສ້າງຄວາມສະດວກສະບາຍທີ່ເອື້ອອຳນວຍໃຫ້ແກ່ພະນັກງານລັດຖະກອນຜູ້ປະຕິບັດໜ້າທີ່ ວຽກງານບໍລິການ ແລະ ຜູ້ມອບອາກອນໃນໄລຍະແຕ່ປີ 2021 – 2025 ເພື່ອສ້າງໃຫ້ວຽກງານ TaxRIS ໄດ້ຖືກຮັບຮູ້ ແລະ ນໍາໃຊ້ໄດ້ຢ່າງກວ້າງຂວາງ, ທົ່ວເຖິງ ໃນຂອບເຂດທົ່ວປະເທດ.
ສຳລັບການຝຶກອົບຮົມ ຈະໄດ້ແບ່ງອອກເປັນ 02 ຊຸດຄື: ຊຸດທີ 01 ແມ່ນຈະໄດ້ຝຶກອົບຮົມໃຫ້ແກ່ຄະນະນຳ ຂອງກົມສ່ວຍສາອາກອນ ແລະ ຄະນະນຳຂອງພະແນກການອ້ອມຂ້າງກົມ ແລະ ອີກ ຊຸດທີ 02 ແມ່ນຈະໄດ້ຝຶກໃຫ້ວິຊາການທີ່ສັງກັດຢູ່ກົມສ່ວຍສາອາກອນ ຊຶ່ງພະນັກງານສ່ວຍສາອາກອນທັງໝົດຢູ່ກົມ ສ່ວຍສາອາກອນທຸກທ່ານແມ່ນຕ້ອງໄດ້ຜ່ານຫຼັກສູດການຝຶກອົບຮົມໃນຄັ້ງນີ້ຢ່າງທົ່ວເຖິງ ພາຍຫຼັງການຝຶກອົບຮົມສຳເລັດ ຈະໄດ້ມີການປະເມີນຄືນເພື່ອຢັ້ງຢືນເຖິງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງຜູ້ເຂົ້າຝຶກອົບຮົມ ແລະ ອອກໃບຢັ້ງຢືນໃຫ້ ສໍາລັບຜູ້ທີ່ປະເມີນໄດ້ຜ່ານຕາມຄາດໝາຍທີ່ໄດ້ວາງໄວ້, ເມື່ອສຳເລັດການຝຶກອົບຮົມຢູ່ຂັ້ນກົມສ່ວຍສາອາກອນແລ້ວຈະໄດ້ ມີການຜັນຂະຫຍາຍໄປສູ່ທ້ອງຖິ່ນ ນະຄອນຫຼວງ, ບັນດາແຂວງ ແລະ ເມືອງ ໃນຂອບເຂດທົ່ວປະເທດເພື່ອສ້າງໃຫ້ ພະນັກງານສ່ວຍສາອາກອນທຸກຄົນ ຮັບຮູ້, ເຂົ້າໃຈ, ສາມາດແນະນໍາ ແລະ ນໍາໃຊ້ລະບົບ TaxRIS ໄດ້ຢ່າງຄ່ອງຕົວ.

