ວັນທີ 22 ພະຈິກ 2023 ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ມາຊາຮິໂກະ ເມໂຕກິ (Masahiko Metoki) ເລຂາທິການໃຫຍ່ ສະຫະພາບໄປສະນີສາກົນ (UPU) ຢູ່ທີ່ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສອງທ່ານ ໄດ້ມີຄໍາເຫັນໄປໃນທາງດຽວກັນ ໂດຍສະເພາະແມ່ນການ UPU ຈະສືບຕໍ່ຊ່ວຍເຫຼືອໃນການພັດທະນາລະບົບ IPS.Post ເພື່ອໃຫ້ສາມາດຕິດຕາມເຄື່ອງຝາກໄປສະນີ (Tracking System) ໃນ ສປປ ລາວ.
ບັນຍາກາດການຕ້ອນຮັບ ການເຂົ້າຢ້ຽມຄຳນັບ ເຕັມໄປດ້ວຍຄວາມສາມັກຄີ ແລະ ມິດຕະພາບ ແຫ່ງຄວາມຫວັງຂອງການຮ່ວມມື ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ທ່ານ ກິແກ້ວ ໄຂຄໍາພິທູນ ກໍໄດ້ກ່າວວ່າ: ຂ້າພະເຈົ້າ ມີຄວາມປິຕິຍິນດີ ທີ່ໄດ້ຕາງໜ້າໃຫ້ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ມາຊາຮິໂກະ ເມໂຕກິ ພ້ອມດ້ວຍຄະນະ ເຫັນໄດ້ວ່າການມາຢ້ຽມຢາມຂອງທ່ານ ໄດ້ເປັນນິມິດໝາຍອັນສໍາຄັນ ແລະ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງທ່ານ ຕໍ່ການພັດທະນາວຽກງານໄປສະນີຂອງ ສປປ ລາວ ພ້ອມນີ້ ກໍໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ທ່ານ ມາຊາຮິໂກະ ເມໂຕກິ ທີ່ໄດ້ຮັບເລືອກຕັ້ງ ເປັນເລຂາທິການໃຫຍ່ ສະຫະພາບໄປສະນີສາກົນ ໃນກອງປະຊຸມໃຫຍ່ຄັ້ງທີ 27 ທີ່ຈັດຂຶ້ນ ຢູ່ນະຄອນຫຼວງ ອາບິດຈ້ານ ສາທາລະນະລັດຄູ່ດິວົວ (the Republic of Côte d’ Ivoire) ໃນເດືອນ ສິງຫາ ປີ 2020 ທີ່ຜ່ານມາ.
ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມາເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງທ່ານ ຈະ ຊ່ວຍໃຫ້ຂະແໜງການໄປສະນີຂອງບັນດາປະເທດສະມາຊິກ UPU ໃນທົ່ວໂລກ ໂດຍສະເພາະ ວຽກງານໄປສະນີຂອງ ສປປ ລາວ ຈະນັບມື້ນັບມີຄວາມເຂັ້ມແຂງຂຶ້ນໄປເລື່ອຍໆ ຜົນສໍາເລັດການຮ່ວມມືຜ່ານມາ ໂດຍສະເພາະ ທາງດ້ານການຊ່ວຍເຫຼືອ ໃນການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງໂຄງລ່າງພື້ນຖານຂະແໜງການໄປສະນີໃຫ້ ສປປ ລາວ ກໍຄື ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ຊຸກຍູ້ ສົ່ງເສີມໃຫ້ມີການລົງທຶນໃສ່ການສ້າງ ການພັດທະນາ ການຂະຫຍາຍຕາໜ່າງໄປສະນີ ຕາມປະເພດ ແລະ ຂອບເຂດ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການໄປສະນີ ສົ່ງເສີມຜູ້ປະກອບການໄປສະນີ ໃຫ້ມີການແຂ່ງຂັນການດໍາເນີນທຸລະກິດ ຢ່າງສະເໝີພາບ ເປັນທໍາ.
ທ່ານ ມາຊາຮິໂກະ ເມໂຕກິ ກໍໄດ້ກ່າວ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງກ່າວລາຍງານຈຸດປະສົງ ການມາຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອຮັບຮູ້ເຖິງ ສະຖານະພາບຂອງການບໍລິການຂອງ ໄປສະນີລາວ ເພື່ອຈະຄົ້ນຄ້ວາໃຫ້ການຊ່ວຍເຫຼືອໃນການພັດທະນາ ຂະແໜງ ໄປສະນີ ສປປ ລາວ ໃນຕໍ່ໜ້າ. ພ້ອມນີ້, ກໍເພື່ອເປັນການມາສະແດງຄວາມຂອບໃຈ ຕໍ່ລັດຖະບານ ສປປ ລາວ ທີ່ໄດ້ລົງຄະແນນສຽງສະໜັບສະໜູນ ໃນການດໍາລົງຕໍາແໜ່ງເລຂາທິການໃຫຍ່ຂອງ UPU.
ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວວ່າ: ຕໍ່ກັບການຮ່ວມມື ທີ່ UPU ຈະສືບຕໍ່ຊ່ວຍເຫຼືອໃນການພັດທະນາລະບົບ IPS.Post ເພື່ອໃຫ້ສາມາດຕິດຕາມເຄື່ອງຝາກໄປສະນີ (Tracking System) ໃນ ສປປ ລາວ ໄດ້ຢ່າງມີປະສິດທິພາບໃນການຫັນວຽກງານໄປສະນີເປັນດິຈິຕອນ ສະນັ້ນ ຂໍໃຫ້ຊ່ວຍພິຈາລະນາສະໜັບສະໜູນການຊ່ວຍເຫຼືອດັ່ງກ່າວ ໂດຍສະເພາະ ບັນດາໂຄງການຮ່ວມມືຕ່າງໆ ຈາກ UPU ເພື່ອຊ່ວຍໃນການພັດທະນາໃຫ້ກັບຂະແໜງໄປສະນີ ຂອງ ສປປ ລາວ ພ້ອມນີ້ ກໍຂໍອວຍພອນໃຫ້ ທ່ານ ມາຊາຮິໂກະ ເມໂຕກິ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການເຄື່ອນໄຫວວຽກງານຢູ່ ສປປ ລາວ ແລະ ອວຍພອນໃຫ້ບັນດາທ່ານຈົ່ງມີສຸກຂະພາບແຂງແຮງ ມີຄວາມຜາສຸກ ແລະ ຊີ້ນໍາ ນໍາພາວຽກງານໄປສະນີໂລກ ກໍຄືວຽກງານການພັດທະນາໄປສະນີ ລາວ ໃຫ້ໄດ້ຮັບການ ພັດທະນາ ແລະ ຍົກລະດັບຂຶ້ນເລື້ອຍໆ.
ທ່ານ ມາຊາຮິໂກະ ເມໂຕກິ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນລະຫວ່າງວັນທີ 21-23 ພະຈິກ 2023 ໃນນີ້ກໍໄດ້ຮ່ວມກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານແລກປ່ຽນ ຄໍາຄິດເຫັນຮ່ວມກັນໃນຫຼາຍບັນຫາ ແລະ ໄດ້ສະແດງເຈດຈໍານົງໃນການຂະຫຍາຍການຮ່ວມມື ເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ UPU ຈົ່ງຊ່ວຍສະໜັບສະຫໜູນ ຄົ້ນຄວ້າ ສົ່ງຊ່ຽວຊານ ມາຮ່ວມເຮັດວຽກ ແລະ ປະຈໍາຢູ່ ກະຊວງ ສະໜອງທຶນເຝິກອົບຮົມຍົກລະດັບວິຊາການ ແລະ ການສ້າງປັບປຸງ ກົດໝາຍນິຕິກໍາລຸ່ມກົດໝາຍ ເພື່ອຄຸ້ມຄອງຂະແໜງໄປສະນີໃຫ້ດີຂຶ້ນ ໄລຍະຜ່ານມາ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບທຶນຊ່ວຍເຫຼືອຈາກ UPU ໃນການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງໂຄງລ່າງພື້ນຖານຂະແໜງການໄປສະນີ ເປັນຕົ້ນທຶນຝຶກອົບຮົມ ແລະ ສໍາມະນາ ດ້ານວິຊາສະເພາະໄປສະນີ ສະເລ່ຍ 7 ທຶນ ຕໍ່ປີ ພາຫະນະຂົນສົ່ງ ປະເພດລົດໃຫຍ່ ຈໍານວນ 13 ຄັນ ຄອມພິວເຕີ ເຄື່ອງສະແກນເນີ ອຸປະກອນໄອທີ ເພື່ອຮັບໃຊ້ວຽກງານວິຊາສະເພາະ ລວມມູນຄ່າທັງໝົດ ທີ່ UPU ໄດ້ຊ່ວຍເຫຼືອໄປສະນີລາວ ໃນໄລຍະຜ່ານມາ ຈໍານວນ 475.700 ໂດລາສະຫະລັດ.