ກ້ອງຈັບພາບ ໂຣນັລໂດ ຖົ່ມນ້ຳລາຍໃສ່ ອີແລງກ້າ

ຄຣິສຕຽນໂນ ໂຣນັລໂດ ເກີດເປັນປະເດັນອີກແລ້ວ ເມື່ອກ້ອງຖ່າຍທອດສົດຈັບພາບໄດ້ວ່າລາວຖົມນ້ຳລາຍໃສ່ດ້ານຫລັງຂອງ ແອນໂທນີ ອີແລງກ້າ ດາວຮຸ ແມນເຊສເຕີ ຢູໄນເຕັດ ຕອນໄລຍະຫລັງຈົບເກມທີ່ເປີດສະຫນາມສະເຫມີ ເຊົາແທມຕັນ.

ແມນເຊສເຕີ ຢູໄນເຕັດ ສ້າງຜົງານຢ່າງຫນ້າຜິດຫວັງອີກເທື່ອຫນຶ່ງ ເມື່ອເຮັດໄດ້ພຽງສະເຫມີກັບ ເຊົາແທມຕັນ 1-1 ທັງທີ່ເປັນຝ່າຍຍິງປະຕູຂຶ້ນນຳກ່ອນໃນເຄິ່ງເວລາທຳອິດ ແຕ່ກໍຖືກຕາມຕີສະເຫມີຄືນຕັ້ງແຕ່ເຄິ່ງເວລາທີສອງ ແລ້ວຈາກນັ້ນທີມແມນຢູ ກໍເຮັດຫຍັງ ເຊົາແທມຕັນ ບໍ່ໄດ້ ຫມົດ 90 ນາທີ ຈຶ່ງແບ່ງຄະແນນກັນໄປ.

ຫລັງສິ້ນສຸດຫມາກຫວີດ ຂະນະທີ່ນັກເຕະແມນຢູ ພວມຍ່າງຕົບມືຂອບໃຈແຟນບານທີ່ເຂົ້າມາຊົມເກມນີ້ ສັນຍານຟຸດເທສຂອງ ບີທີ ສະປອດ ກໍຈັບພາບ ຄຣິສຕຽນໂນ ໂຣນັລໂດ ທີ່ຢືນຢູ່ດ້ານຫລັງ ແອນໂທນີ ອີແລງກ້າ ຄ້າຍຄືຖົ່ມນຳ້ລາຍໄປໃສ່ດ້ານຫລັງຂອງດາວຮຸ່ງອາຍຸ 19 ປີເຕັມໆ.