ອັຟບຣາໂມວິດ ຈະບໍ່ຂາຍເຊລຊີໃຫ້ ນາຍທຶນອັງກິດ-ສະຫະລັດ ເພາະເປັນຄູ່ປັບກັນ

ສື່ລາຍງານວ່າ  ‘‘ ເສ່ຍຫມີ ’’ (ອັຟບຣາໂມວິດ) ຍັງມີສິດເລືອກຂາຍສະໂມສອນ ເຊລຊີ ໃຫ້ທີມໃດກໍໄດ້ ໂດຍລາວຈະບໍ່ຂາຍໃຫ້ຊາດຄູ່ປັບຢ່າງ ອັງກິດ ແລະ ສະຫະລັດ.

‘‘ ເດລີ ເມລ ’’ ລາຍງານວ່າ : ອັຟບຣາໂມວິດ ເຈົ້າຂອງທີມເຊລຊີ ເຖິງຈະຖືກລັດຖະບານອັງກິດຍຶດຊັບສິນ ແຕ່ກໍຍັງມີສິດໃນການເລືອກວ່າຈະຂາຍສະໂມສອນໃຫ້ກັບໃຜ ໂດຍສາມາດປະຕິເສດຂໍ້ສະເຫນີລາຄາຈາກສະຫະລັດອາເມລິກາ ແລະ ອັງກິດ ເຊິ່ງເປັນສອງປະເທດທີ່ໄດ້ຮ່ວມຂວຳ້ບາດຜູ້ມີອຳນາດຈາກຣັສເຊຍເພື່ອຕອບໂຕ້ສົງຄາມກັບຢູເຄຣນ.

ອັຟບຣາໂມວິດ ບໍ່ຕ້ອງການຂາຍໃຫ້ກຸ່ມທຶນຈາກ 2 ປະເທດດັ່ງກ່າວ ໃນຂະນະທີ່ການສະເຫນີລາຄາສູງສຸດນອກຈາກສະຫະລັດອາເມລິກາ ແລະ ຢູໂຣບ ມາຈາກກຸ່ມ ຊາອຸດິ ມີເດຍ ກຮຸບ ທີ່ໄດ້ຍື່ນຂໍ້ສະເຫນີ 2,66 ພັນລ້ານປອນ  ແຕ່ຫລາຍຝ່າຍເຊື່ອວ່າ ຣິຊີ ຊູນັກ ລັດຖະມົນຕີຄັງ ທີ່ເບິ່ງແຍງຂະບວນການນີ້ບໍ່ຫນ້າຈະສະໜັບສະໜູນກຸ່ມຂອງຊາອຸດິອາຣະເບຍ ຫລັງຈາກທີ່ຖືກວິຈາກເຖິງຄວາມບໍ່ເຫມາະສົມຕໍ່ກໍລະນີທີ່ນິວຄາສເຊິລຖືກຂາຍໃຫ້ກອງທຶນທີ່ເຊື່ອມໂຍງກັບຊາອຸດິ ອາຣະເບຍ ດັ່ງນັ້ນ  ຫາກການຂາຍທີມບໍ່ສຳເລັດ ເຊລຊີ ຍັງອາດລົງເອີຍທີ່ຖືກຄວບຄຸມກິດຈະການກໍເປັນໄດ້.

ຂະນະທີ່ ຈອນ ເທີຣີ ຕຳນານເຊລຊີ ຢືນຢັນວ່າເປັນຜູ້ນຳກຸ່ມທຶນ  ‘‘  ທຣູ ບລູ ’’ ມູນຄ່າ 250 ລ້ານປອນ ທີ່ຈະແບ່ງຫຸ້ນຈາກເຈົ້າຂອງໃຫມ່ 10% ເພື່ອໃຫ້ແຟນບານຕົວຈິງໄດ້ມີສິດມີສຽງໃນການບໍລິຫານງານ ແລະ ອາດຈະແບ່ງຂາຍໃນລາຄາຕຳ່ສຸດຫຸ້ນລະ 100 ປອນເທົ່ານັ້ນ.