ອັງກິດເດີນໜ້າຢູ່ກັບໂຄວິດ ເລັ່ງຍົກເລີກກັກຕົວ ຖ້າຕິດໂຄວິດ-19 ພາຍໃນເດືອນກຸມພານີ້
ອັງກິດເລັ່ງຍົກເລີກກັກຕົວຖ້າຕິດໂຄວິດ-19 ຫລັງໃຊ້ມາເກືອບ 2 ປີ, ລັດຖະບານຊີ້ເປັນມາດຕະການເດີນໜ້າຢູ່ກັບໂຄວິດ-19 ແນະນຳປະຊາຊົນລະວັງຕົນເອງຄືໄຂ້ຫວັດ.
ວັນທີ 9 ກຸມພາ 2022, ເວັບໄຊ Evening Standard ສື່ໃນອັງກິດລາຍງານອ້າງທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ທີ່ເປີດເຜີຍວ່າ: ລັດຖະບານກຽມຍົກເລີກຂໍ້ບັງຄັບທາງກົດໝາຍກ່ຽວຂ້ອງກັບການຄວບຄຸມພະຍາດໂຄວິດ-19 ຂໍ້ສຸດທ້າຍ ທີ່ລະບຸໃຫ້ຜູ້ທີ່ກວດພົບເຊື້ອໂຄວິດ-19 ຕ້ອງກັກຕົນເອງ ໂດຍໃຫ້ເຫດຜົນວ່າ: ຈາກຂໍ້ມູນທາງສະຖິຕິພົບວ່າ ມາດຕະການດັ່ງກ່າວອາດບໍ່ຈຳເປັນອີກຕໍ່ໄປ.
ໂດຍຄາດວ່າ: ການຍົກເລີກຂໍ້ບັງຄັບກັກຕົນເອງຖ້າຕິດໂຄວິດ-19 ໃນອັງກິດ ຈະປະກາດຢ່າງເປັນທາງການພາຍໃນເດືອນນີ້ ເຊິ່ງໄວກວ່າແຜນເກົ່າທີ່ມາດຕະການດັ່ງກ່າວຈະຄົບກຳນົດໃນວັນທີ 24 ມີນາ.
ຜ່ານມາ, ທາງການອັງກິດແນະນຳໃຫ້ຜູ້ຕິດເຊື້ອໂຄວິດ-19 ຕ້ອງກັກຕົນເອງເປັນເວລາ 10 ວັນ ໂດຍຖ້າມີການກວດໂຄວິດໃນວັນທີ 5 ແລະ ວັນທີ 6 ແລ້ວບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ ສາມາດຢຸດການກັກຕົນເອງໄດ້, ແຕ່ຕ້ອງໃຊ້ຊີວິດແບບຫລຸດຄວາມສ່ຽງແພ່ເຊື້ອເຊັ່ນ: ການເຮັດວຽກຢູ່ເຮືອນ, ຫລີກລ່ຽງໄປສະຖານທີ່ທີ່ມີຄົນແອອັດ ແລະ ໃສ່ຜ້າປິດປາກ-ດັງເມື່ອຊື້ເຄື່ອງໃນຮ້ານຄ້າ ຫລື ໃຊ້ບໍລິການຂົນສົ່ງສາທາລະນະ. ເຖິງຢ່າງໃດກໍຕາມ, ການເຂັ້ມງວດຂອງມາດຕະການກັກຕົວຍັງຂຶ້ນຢູ່ກັບແຕ່ລະພື້ນທີ່ທີ່ອາດມີຂໍ້ກຳນົດແຕກຕ່າງກັນ.
ຂະນະທີ່ນາຍົກລັດຖະມົນຕີອັງກິດເຄີຍເປີດເຜີຍກ່ອນໜ້ານີ້ວ່າ: ລັດຖະບານກຳລັງວາງແຜນປ່ຽນແປງມາດຕະການກ່ຽວກັບໂຄວິດ-19 ໂດຍເນັ້ນໃສ່ການແນະນຳປະຊາຊົນໃຫ້ລະວັງຕົນເອງ ແລະ ຜູ້ອື່ນ ໂດຍອາດໃຊ້ຂໍ້ແນະນຳໃນຮູບແບບດຽວກັບພະຍາດຕິດຕໍ່ອື່ນໆເຊັ່ນ: ພະຍາດຫວັດ ເປັນຕົ້ນ.
ອ້າງອີງ:
https://www.standard.co.uk/…/boris-johnson-covid…

