ຄົນທຳອິດຂອງໂລກ, ໂຣນັລໂດ ມີຄົນຕິດຕາມໄອຈີເກີນ 400 ລ້ານຄົນ ພ້ອມສະຫລອງວັນເກີດອາຍຸ 37 ປີ

ຄຣິສຕຽນໂນ ໂຣນັລໂດ ສຸດຍອດນັກເຕະບານຈອມຖະຫລ່ົມປະຕູ ຫົວຫນ້າທີມຊາດໂປຣຕຸເກສ ສັງກັດສະໂມສອນ ແມນເຊສເຕີ ຢູໄນເຕັດ ທີມດັງໃນການແຂ່ງຂັນພຣີເມຍລີກ ອັງກິດ ສ້າງສະຖິຕິໃຫມ່ໃນໂລກສັງຄົມອອນລາຍດ້ວຍການເປັນຄົນທຳອິດຂອງໂລກທີ່ມີຈຳນວນຜູ້ຕິດຕາມອິນສະຕາແກຣມ (Instagram) ຫລື IG ຫລາຍກວ່າ 400 ລ້ານຄົນ.
ເດລີ ເມລ ສື່ຊື່ດັງຂອງອັງກິດເປີດເຜີຍຂໍ້ມູນວ່າ ເມື່ອເດືອນກັນຍາປີ 2021 ຄຣິສຕຽນໂນ ໂຣນັລໂດ ຫາກໍມີຍອດຜູ້ຕິດຕາມໄອຈີ ຢູ່ທີ່ 237 ລ້ານຄົນ ເຊິ່ງຍອດດາວຍິງແມນຢູ ກໍຍັງມີອັດຕາການເພີ່ມຂຶ້ນຂອງຈຳນວນຜູ້ຕິດຕາມຢ່າງຕໍ່ເນື່ອງ ກ່ອນສ້າງສະຖິຕິຂຶ້ນໄປເຖິງ 400 ລ້ານຄົນຫລັງຈາກໂພສຮູບຄູ່ກັບ ຈໍຈີນາ ໂຣດຣີເກສ ເມຍຂອງລາວເພື່ອສະຫລອງວັນເກີດຄົບຮອບອາຍຸ 37 ປີ ເມື່ອວັນເສົາທີ 5 ກຸມພາທີ່ຜ່ານມາ.
ສ່ວນຄົນທີ່ມີຜູ້ຕິດຕາມອິນສະຕາແກຣມຫລາຍທີ່ສຸດຮອງລົງມາຈາກ ໂຣນັລໂດ ຄື ໄຄລີ ເຈນເນີ ນາງແບບຄົນດັງ ແລະ ນັກລົງທຶນສາວຊາວສະຫະລັດ ອາເມລິກາ ຈຳນວນ 308 ລ້ານຄົນ ແລະ ອັນດັບ 3 ແມ່ນ ລີໂອເນລ ເມສຊີ ຍອດດາວຍິງຫົວຫນ້າທີມຊາດອາເຈນຕີນາ ສະໂມສອນ ປາຣີສ ແຊັງ ແຊັກແມັງ ທີມໃນລີກເອິງໃນຝຣັ່ງ ດ້ວຍຈຳນວນຄົນຕິດຕາມ 306 ລ້ານຄົນ.
ອິນສະຕາແກຣມຂອງ ໂຣນັລໂດ ມີຈຳນວນໂພສທັງຫມົດ 3,242 ໂພສ ເຊິ່ງມີຜູ້ກົດຖືກໃຈສະເລ່ຍໂພສລະ 10 ລ້ານຄັ້ງ ໃນຂະນະທີ່ລາວໄດ້ກົດຕິດຕາມບັນຊີຜູ້ອື່ນພຽງ 501 ບັນຊີ.

