ບາເຊໂລນາ ອາດຍ້າຍມາຫຼິ້ນໃນພຣີເມຍລີກ

ສະໂມສອນ ບາເຊໂລນາ ຕົກເປັນຂ່າວມີຄວາມເປັນໄປ ໄດ້ທີ່ຈະຍ້າຍມາຫຼິ້ນໃນພຣີ ເມຍລີກ ອັງກິດ ຫາກ ບາເຊ ໂລນາ ແຍກໂຕເປັນອິດສະລະ ຈາກ ປະເທດສະເປນ.
ເປັນທີ່ເຂົ້າໃຈກັນວ່າ ບາ ເຊໂລນາ ຈະມີການລົງຄະ ແນນ ເພື່ອຂໍແຍກໂຕໃຫ້ເປັນ ອິດສະລະຈາກ ປະເທດສະ ເປນ ໂດຍການລົງຄະແນນຈະ ເກີດຂຶ້ນໃນມື້ອື່ນນີ້ ແລະ ຖ້າ ຫາກມີອັນຕ້ອງແຍກໂຕອອກມາແທ້ ຈະສົ່ງຜົນໂດຍກົງໃຫ້ ບາເຊໂລນາ, ເອສປັນຢອນ ແລະ ຄິໂຣນາ ຈະໝົດສິດລົງ ຫຼິ້ນໃນລາລີກາ ສະເປນ ທັນທີ.
ຖ້າເປັນແບບນັ້ນຈະເຮັດ ໃຫ້ ບາເຊໂລນາ ໄດ້ຊອກຫາ ລີກທີ່ຈະໄປຫຼິ້ນໄວ້ແລ້ວ ໂດຍມີ ໂຕເລືອກຢ່າງ ພຣີເມຍລີກ ອັງກິດ, ກັລໂຊ ເຊເຣຍອາ ອິ ຕາລີ ແລະ ລີກເອິງ ຝຣັ່ງ ຢູ່ໃນ ກຸ່ມທີ່ພວກເຂົາໃຫ້ຄວາມສົນ ໃຈ.

