ລາວ-ໄທ ຮ່ວມກັນລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງ ຄັ້ງທີ I ເພື່ອແກ້ໄຂບັນຫາຢາເສບຕິດ

ວັນທີ 4 ກຸມພາ 2022ຜ່ານມານີ້ ລາວ-ໄທ ລະຫວ່າງແຂວງບໍ່ແກ້ວ ກັບ ຈັງຫວັດຊຽງຣາຍ ທີ່ສຳນັກງານໜ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນ້ຳຂອງ ເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ຝ່າຍລາວ ນຳໂດຍທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນລາວ-ໄທ, ຝ່າຍໄທ ນຳໂດຍທ່ານ ພົນໂທ ພົງເທບ ແກ້ວໄຊໂຢ, ເຈົ້າກົມກິດຈະການຊາຍແດນທະຫານ, ກອງທັບຣາຊະອານາຈັກໄທ ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ໄທ-ລາວ .
ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ໃຫ້ຮູ້ວ່າ ການລາດຕະເວນຮ່ວມທາງນ້ຳລາວ-ໄທ ຄັ້ງທີ I ຂອງໜ່ວຍປະສານງານປະຈຳພື້ນທີ່ຊາຍແດນລາວ-ໄທ ລະຫວ່າງແຂວງບໍ່ແກ້ວ ແລະ ຈັງຫວັດຊຽງຣາຍ ໃນຄັ້ງນີ້ເປັນຂີດໝາຍປະຫວັດສາດທີ່ສຳຄັນ ສະແດງໃຫ້ເຫັນເຖິງນະໂຍບາຍຂອງລັດຖະບານ ແລະ ກອງທັບທັງສອງປະເທດລາວ-ໄທ ໃນການແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ເຊິ່ງເປັນການເຄື່ອນໄຫວຮູບການໜຶ່ງ ແລະ ເປັນສັນຍາລັກໜຶ່ງສະທ້ອນໃຫ້ເຫັນເຖິງການພົວພັນຮ່ວມມືທີ່ສະໜິດແໜ້ນຂອງເຈົ້າໜ້າທີ່ສອງຝ່າຍ ແນໃສ່ສ້າງຄວາມກັງວົນ ແລະ ຢ້ານກົວ ໃຫ້ແກ່ກຸ່ມຄ້າຂາຍຢາເສບຕິດຕາມພື້ນທີ່ ແລະ ມີຄວາມຢໍາເກງ ຕໍ່ໜ້າກົດໝາຍບ້ານເມືອງ ຄືກົດໝາຍສາກົນ, ຮັບຮູ້ໄດ້ເຖິງຄວາມເອົາໃຈໃສ່ ແລະ ເອົາຈິງເອົາຈັງໃນການຕ້ານ ແລະ ສະກັດກັ້ນຂະບວນການຄ້າຢາເສບຕິດຂອງ ສອງປະເທດ, ສອງກອງທັບ ແລະ ຕຳຫຼວດ ລາວ-ໄທ ແລະ ເຊື່ອໝັ້ນວ່າການຮ່ວມມືຂອງຄະນະປະສານງານພາກເໜືອ ລາວ-ໄທ ນັບມື້ກ້າວເຂົ້າສູ່ລວງເລິກ ມີຄວາມໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ, ແລກປ່ຽນປະສົບການ, ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ ແນໃສ່ເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ເຂດຊາຍແດນຫຼຸດໜ້ອຍຖອຍລົງເທື່ອລະກ້າວ ທັງເປັນແບບຢ່າງໃຫ້ແກ່ຄະນະອື່ນໆ ນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນຕໍ່ໄປ.

