ເລັ່ງບຸກເບີກດິນເຈື່ອນຖົມທາງ 8A ຄາດວ່າ ອີກ 10 ມື້ຂ້າງໜ້າ ຈະໃຫ້ສຳເລັດ ເພື່ອກອບກູ້ເອົາລົດທີ່ຕິດຄ້າງອອກມາໄດ້ທັງໝົດ

ທ່ານ ສິດອາໄພ ເຕັມສຸລິວັນ ຜູ້ຮັບຜິດຊອບວຽກງານແກ້ໄຂສຸກເສີນທາງເຈື່ອນ ເຂດພູໄຮ ໃຫ້ສຳພາດໃນວັນທີ 8 ສິງຫາ 2023 ຜ່ານມາວ່າ: ນັບແຕ່ ເກີດສະພາບ ດິນເຊາະເຈື່ອນທັບຖົມທາງ 8A ໃນວັນທີ 3 ສິງຫາ ເປັນຕົ້ນມາ, ໜ່ວຍງານທີ່ກ່ຽວຂ້ອງ ກໍຄື ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ໄດ້ສຸມໃສ່ລົງມືແກ້ໄຂ ຢ່າງຮີບດ່ວນ ໂດຍໄດ້ແບ່ງກຳລັງກົນຈັກ ອອກເປັນ 2 ເບື້ອງ, ເບື້ອງເມືອງຄູນຄຳ ແຂວງຄຳມ່ວນ ເລີ່ມແຕ່ກິໂລແມັດທີ 43 ແລະ ເບື້ອງບ້ານໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ ເລີ່ມແຕ່ກິໂລແມັດທີ 54 ໂດຍໄດ້ນຳໃຊ້ກົນຈັກ ລົດຈົກ, ລົດຕັກ ແລະ ລົດໄຖ ເຂົ້າດຳເນີນການ ເຊິ່ງສາມາດບຸກເບີກເຂົ້າໄປໄດ້ 4,6 ກິໂລແມັດ (ພົບລົດຂົນສົ່ງສິນຄ້າ 1 ຄັນ ແລະ ໄດ້ນຳອອກມາແລ້ວ)  ລວມຄວາມຍາວ ທີ່ໄດ້ຮັບຜົນກະທົບທັງໝົດ 11 ກິໂລແມັດ, ມາຮອດປັດຈຸບັນ ໜ່ວຍງານທີ່ກ່ຽວຂ້ອງ ໄດ້ເລັ່ງລົງມື ນຳເອົາເຄື່ອງກົນຈັກ ແລະ ອື່ນໆ ເຂົ້າໄປຂຸດ, ເຈາະ ກວດເອົາດິນ ທີ່ທັບຖົມທາງອອກ ແລະ ຄາດວ່າ ອີກ 10 ມື້ຂ້າງໜ້າຈະໃຫ້ສຳເລັດ.

ເຖິງຢ່າງໃດກໍຕາມ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ຍັງມີຄວາມຫຍຸ້ງຍາກຫລາຍຢ່າງ ເປັນຕົ້ນ, ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງ ຕະຫລອດວັນ ແລະ ດິນທີ່ເຈື່ອນລົງມາຖົມທາງຢູ່ບາງຈຸດ ສູງເຖິງ 4-5 ແມັດ, ມີທັງກ້ອນຫີນໃຫຍ່-ນ້ອຍ, ຕົ້ນໄມ້ໃຫຍ່-ນ້ອຍ ທັບຖົມເປັນຈຳນວນ ຫລາຍ ແລະ ບໍ່ສາມາດນຳເອົາກົນຈັກເຂົ້າໄປໄດ້ຫລາຍຄັນໄດ້ ເນື່ອງຈາກສະພາບພື້ນທີ່ແຄບ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີຄວາມຫຍຸ້ງຍາກພໍສົມຄວນ, ແຕ່ໜ່ວຍງານທີ່ກ່ຽວຂ້ອງຢືນຢັນວ່າ, ຈະສືບຕໍ່ຈັດຕັ້ງປະຕິວຽກງານດັ່ງກ່າວ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ເພື່ອອຳນວຍຄວາມສະດວກ ເຮັດໃຫ້ການສັນຈອນຢູ່ເສັ້ນທາງ 8A ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຂ່າວ-ພາບ: ປະເທດລາວ