ກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນພັນເອກ ຂຶ້ນຊັ້ນ ພົນຈັດຕະວາ 18 ນາຍ

ວັນທີ 4 ກຸມພາ 2022ນີ້, ທີ່ສະໂມສອນ ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງຂຶ້ນ, ໂດຍການເປັນ ປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນປະເທດອີງຕາມ ໜັງສືສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 03/ນຍ, ລົງວັນທີ 21 ມັງກອນ 2022. ມາດຕາ 1 ຕົກລົງເລື່ອນຊັ້ນນາຍທະຫານ ຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ຈຳນວນ 18 ສະຫາຍຄື:

ພົຈ ວົງສັກ ສີພັນດອນ ຫົວໜ້າ ກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິການກອງທັບ,ພົຈ ສີພອນໄຊ ຄຳທອງເຫວີນ ຫົວໜ້າກົມເສດຖະກິດ ຫ້ອງວ່າການກະຊວງປ້ອງກັນປະເທດ,
ພົຈ ຈອມເພັດ ໄຊຍະສຸກ ຮອງກົມໃຫຍ່ເຕັກນິກກອງທັບ,
ພົຈ ນິກອນ ແກ້ວພັນໄຕ ຫົວໜ້າ ກົມອຸດສາຫະກຳປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ,
ພົຈ ປົວວັນ ອາດຖະໜາໄຊ ຮອງກົມ 213,
ພົຈ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ກອງພົນທີ 1,
ພົຈ ຄຳອີ້ງ ກິ່ງແກ້ວ ຫົວໜ້າການທະຫານ ກບຊ ແຂວງໄຊສົມບູນ,
ພົຈ ພູວັນ ພິມມະຈັນ ຫົວໜ້າການເມືອງ ກຊບ ແຂວງສາລະວັນ,
ພົຈ ສົມພອນ ສີສຸວັນນະ ຫົວໜ້າກົມການເມືອງ ວປກ,
ພົຈ ວິລະພັນ ດວງມະນີ ຫົວໜ້າກົມຄົ້ນຄວ້າວິທະຍາສາດກາານທະຫານ-ການເມືອງ ວປກ,
ພົຈ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງ ວິທະຍາຄານ ກົມມະດຳ,
ພົຈ ຄຳໄພ ຟອງດາລາ ຫົວໜ້າການທະຫານ ໂຮງຮຽນທິດສະດີ ການເມືອງກອງທັບ,
ພົຈ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 1,
ພົຈ ສຸລິວົງ ລັດວິໄລ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ,
ພົຈ ທອງຈັນ ວັນນະສີ ຫົວໜ້າກົມແຜ່ນທີ່ ກົມໃຫຍ່ເສນາທິການກອງທັບ,
ພົຈ ສີທອງ ຖິ່ນສະຫວັນ ຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ,
ພົຈ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ,
ພົຈ ບີ ມົວໄຟດາເຍຍຈ່າ ຮອງອຳນວຍການ ບໍລິສັດ ຢູນິເທວ ຫ້ອງວ່າການກະຊວງປ້ອງກັນປະເທດ.
ແລະ ຕົກລົງເລື່ອນຊັ້ນ ພັນໂທ ຂື້ນ ພັນເອກ 2 ສະຫາຍ ຈະໄປເປັນທີ່ປຶກສາທູດປ້ອງກັນຊາດລາວ ຢູ່ ລາຊະອານາຈັກກຳປູເຈຍ ແລະ ປະເທດ ມາເລເຊຍ ຄື: ພັນເອກ ຄຳແພງ ສອນພະຈັນ ຫົວໜ້າພະແນກຂ່າວ-ໄອທີ ກົມພົວພັນຕ່າງປະເທດ ແລະ ພັນເອກ ວິໄສອນ ສີສົມບັດ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ.

