ປີ 2023 ນີ້ ຫ້ອງວ່າການສຳນັກງານປະທານປະເທດ ຈັດລຽງບຸລິມະສິດ ແລະ ກໍານົດວຽກຈຸດສຸມແຕ່ລະດ້ານທີ່ຕິດພັນກັບໜ້າວຽກຕົວຈິງ

ໃນແຜນພັດທະນາ 5 ປີ (2021-2025) ຂອງຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ປະກອບມີ 5 ແຜນພັດທະນາ, 24 ໂຄງການ ແລະ 39 ກິດຈະກໍາ ໃນຂະນະດຽວກັນວຽກງານຈຸດສຸມໃນປີ 2023 ນີ້ ໄດ້ຈັດລຽງບຸລິມະສິດ ແລະ ກໍານົດວຽກຈຸດສຸມແຕ່ລະດ້ານທີ່ຕິດພັນກັບໜ້າວຽກຕົວຈິງ.

ທ່ານ ເພັດສະໝອນ ພັນທະວົງ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ລາຍງານການຈັດຕັ້ງເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງ ຫສປທ ວ່າ: ວຽກງານຈຸດສຸມໃນປີ 2023 ໂດຍສະເພາະວຽກງານສຶກສາອົບຮົມການເມືອງ-ແນວຄິດຈະເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນ ໂດຍການເຜີຍແຜ່ເອົາມະຕິ, ຄໍາສັ່ງ, ແຈ້ງການຂອງພັກ, ກົດໝາຍ, ລະບຽບການຕ່າງໆຂອງລັດ ແລະ ເອກະສານອື່ນໆໃນໂອກາດວັນສໍາຄັນຂອງຊາດ, ຂອງສາກົນ, ພ້ອມທັງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນທີ່ກ່ຽວຂ້ອງ ກັບຄວາມຮັບຜິດຊອບໃນໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ ແລະ ຖືເປັນສໍາຄັນກ່ຽວກັບການພົວພັນປະສານງານ ລະຫວ່າງ ບຸກຄົນກັບບຸກຄົນ, ພະແນກກັບພະແນກ, ກົມກັບກົມ ແລະ ລະຫວ່າງ ຫ້ອງວ່າການສໍານັກງານປະທານປະເທດ ກັບພາກສ່ວນອື່ນໆໃຫ້ດີຂຶ້ນກວ່າເກົ່າ, ເພີ່ມທະວີຍົກສູງສະຕິລະວັງຕົວ, ປະຕິບັດຕາມຄໍາສັ່ງ ກໍຄືມາດຕະການຕ່າງໆທີ່ຂັ້ນເທິງ ແລະ ຄະນະສະເພາະກິດຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ວາງອອກແຕ່ລະໄລຍະ, ປະກອບສ່ວນໃນການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດ ຂອງລັດຖະບານ ຕາມພະລະບົດບາດ.

ໃນນັ້ນວຽກງານວິຊາສະເພາະຈະກະກຽມຄວາມພ້ອມທາງດ້ານສະຖານທີ່, ດ້ານເນື້ອໃນ, ພິທີການ, ງົບປະມານ ແລະ ພະນັກງານຮັບໃຊ້ ແລະ ວຽກປິ່ນອ້ອມອື່ນໆ ໃຫ້ແກ່ການເຄື່ອນໄຫວລັດຖະກິດທັງພາຍໃນ ແລະ ຕ່າງປະເທດ ຂອງປະທານປະເທດ ແລະ ຮອງປະທານປະເທດ, ການຕ້ອນຮັບທູດເຂົ້າຍື່ນສານຕາຕັ້ງ, ມອບສານແຕ່ງຕັ້ງ ແລະ ການເຂົ້າຢ້ຽມຂ່ຳນັບອໍາລາຂອງບັນດາເອກອັກຄະລັດຖະທູດປະເທດຕ່າງໆ ປະຈໍາ ສປປ ລາວ ແລະ ການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຕ່າງໆ, ຈັດຕັ້ງປະຕິບັດໂຄງການສ້ອມແປງໃຫຍ່ອາຄານຫໍຄໍາ ແລະ ໂຄງການປັບປຸງເດີ່ນດ້ານໜ້າ ແລະ ບ່ອນຈອດລົດໃຫ້ສໍາເລັດຕາມແຜນການ, ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນລົງທຶນຂອງລັດປະຈໍາປີ 2023, ຈັດສັນງົບປະມານທີ່ອະນຸມັດແຕ່ລະງວດໃຫ້ທັນກໍານົດເວລາ,ຕອບສະໜອງງົບປະມານໃຫ້ແກ່ການເຄື່ອນໄຫວວຽກງານຕ່າງໆຕາມພາລະບົດບາດໃຫ້ຮັບປະກັນ, ສືບຕໍ່ຄຸ້ມຄອງ, ປົກປັກຮັກສາຊັບສົມບັດສ່ວນລວມຂອງລັດ ເຊັ່ນ: ອາຄານ, ສະຖານທີ່, ພາຫະນະຮັບໃຊ້ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ. ພ້ອມທັງຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກທີ່ຈໍາເປັນແຕ່ລະໄລຍະທັງຮັບປະກັນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງປະທານປະເທດ, ຮອງປະທານປະເທດ ຢູ່ທໍານຽບປະທານປະເທດ ແລະ ການປະຕິບັດໜ້າທີ່ການເມືອງຂອງ ຫສປທ ໃຫ້ມີປະສິດຕິຜົນ.

ຂໍ້ມູນ: ປະຊາຊົນ