ຕຳຫລວດອັງກິດ ປ່ອຍ ກຣີນວູດ ພົ້ນຄຸກຫລັງເປັນຜູ້ຕ້ອງຫາຄະດີທຳຮ້າຍແຟນສາວ

ຫລັງຈາກທີ່ ແຮຣຽດ ຣ໊ອບສັນ ແຟນສາວນາງແບບຫຸ່ນດີຂອງ ເມສັນ ກຣີນວູດ ນັກເຕະຫນຸ່ມໄຟແຮງຂອງສະໂມສອນ ແມນເຊສເຕີ ຢູໄນເຕັດ ໄດ້ໂພສພາບ ແລະ ວີດີໂອ ລົງອິນສະຕາແກຣມສ່ວນຕົວ ທີ່ບົ່ງບອກວ່າລາວຖືກ ກຣີນວູດ ທຳຮ້າຍຮ່າງກາຍຈົນໄດ້ຮັບບາດເຈັບ ມີຮອຍຊຳ້ຕາມຕົວ ແລະ ເລືອດອອກຈາກປາກ ເມື່ອວັນທີ 30 ມັງກອນທີ່ມາ.

ໂດຍຫລັງຈາກໂພສດັ່ງກ່າວຖືກເຜີຍແຜ່ອອກມາກໍມີເລື່ອງນັບບໍ່ຖ້ວນແລ່ນເຂົ້າມາຫາ ກຣີນວູດ ຢ່າງຫນັກ ເຊັ່ນການຖືກຫມູ່ຮ່ວມທີມເຊົາຕິດຕາມອິນສະຕາແກຣມສ່ວນຕົວ, ຖືກຜູ້ສະຫນັບສະຫນູນຖອດຈາກການເປັນພຣີເຊັນເຕີ ແລະ ຖືກສະໂມສອນສັ່ງພັກວຽກຊົ່ວຄາວ ລວມເຖິງການຖືກຕຳຫລວດຈັບນຳອີກ.

ຫລ້າສຸດ ເດລີ ເມລ ສື່ກິລາຊື່ດັງຂອງອັງກິດ ລາຍງານວ່າ ຄະດີຂອງ ເມສັນ ກຣີນວູດ ພວມຢູ່ໃນຂັ້ນຕອນການສອບສວນເພີ່ມຕື່ມ ເຊິ່ງມີລາຍງານວ່າລາວໄດ້ຮັບການປະກັນຕົວອອກຈາກຄຸກເປັນທີ່ຮຽບຮ້ອຍແລ້ວ ໃນຕອນເຊົ້າວັນທີ 2 ໃນປະເທດອັງກິດ ຫລັງຈາກທີ່ນອນຢູ່ໃນຄຸກດົນເຖິງ 3 ມື້ເຕັມໆ.

ສ່ວນທາງດ້ານສະໂມສອນຂອງນັກເຕະ ແມນເຊສເຕີ ຢູໄນເຕັດ ກໍໄດ້ຖະແຫລງການເພີ່ມຕື່ມເຖິງຄະດີດັ່ງກ່າວ ເຊິ່ງຢືນຢັນວ່າບໍ່ສະຫນັບສະຫນູນຄວາມຮຸນແຮງທຸກຮູບແບບ ແລະ ຍັງຢືນຢັນວ່າຈະລົງໂທດຫ້າມ ກຣີນວູດ ຈາກທີມຊຸດໃຫຍ່ຕໍ່ໄປແບບບໍ່ມີກຳນົດຢ່າງແນ່ນອນ.