ເທນ ຮາກ ຫວັງຈັບ 5 ນັກເຕະຫລັກຕໍ່ສັນຍາຢູ່ກັບແມນຢູໄລຍະຍາວ

ແມນເຊສເຕີ ຢູໄນເຕັດ ທີມອັນດັບ 3 ໃນພຣີເມຍລີກ ມີແຜນທີ່ຈະຈັບນັກເຕະຕົວຫລັກ 5 ລາຍຕໍ່ສັນຍາສະບັບໃຫມ່ຫລັງຈາກທີ່ຊ່ວຍພາທີມກັບ ມາມີຫວັງໃນການຄວ້າໂຄຕ້າໄປຫລິ້ນໃນ ຢູຟາ ແຊ໊ມປຽນລີກ ໃນລະດູການ ຕາມລາຍງານຈາກ ແມນເຊສເຕີ ອິຟນິງນິວ.

ເອຣິກ ເທນ ຮາກ ພວມພາທີມສ້າງຜົນງານໄດ້ຢ່າງສຸດຍອດ ໂດຍຫາກໍເປີດບ້ານເອົາຊະນະຄູ່ປັບຮ່ວມເມືອງຢ່າງ ແມນເຊສເຕີ ຊິຕີ ໄປ 2-1 ເຮັດ ໃຫ້ພວກເຂົາມີ 38 ຄະແນນ ຕາມຫລັງທີມຂອງເປບກວາດີໂອລາ ພຽງຄະແນນດຽວ ແລະ ຄອງອັນດັບ 4 ຂອງຕາຕະລາງມີຄະແນນເທົ່າກັບ ນິວຄາສເຊິລ ທີມອັນດັບ 3 ແຕ່ແຂ່ງໜ້ອຍກວ່າ 1 ນັດ.

ດ້ວຍເຫດນີ້ ເຮັດໃຫ້ທາງຜູ້ຈັດການທີມຊາວເນເທີແລນ ແລະ ແມນເຊສເຕີ ຢູໄນເຕັດ ກຽມແຜນທີ່ຈະມອບສັນຍາໃຫມ່ໃຫ້ກັບນັກເຕະທີ່ເປັນກຳລັງຫລັກ ແລະ ພວມຈະຫມົດສັນຍາໃນໄວໆນີ້ ໂດຍທັງ 5 ລາຍນັ້ນປະກອບໄປດ້ວຍ ດາວິດ ເດ ເຄອາ, ມາຄັສ ແຣສຟອດ, ລຸກ ຊໍ, ດີໂອໂກ ດາໂລ ແລະ ເຟຣັດ.

ໂດຍຜູ້ຮັກສາປະຕູຊາວສະເປນນັ້ນເຫລືອສັນຍາຈົນເຖິງຈົບລະດູການນີ້ ແລະ ຢູ່ໃນໄລຍະຂອງການເຈລະຈາຢ່າງຕໍ່ເນື່ອງ ໃນຂະນະທີ່ ແຣສຟອດ ນັ້ນ ເຄີຍມີຂ່າວວ່າຈະຍ້າຍໄປຫລິ້ນໃຫ້ກັບ ປາຣີສ ແຊັງ ແຊັກແມັງ ເມື່ອລະດູການກ່ອນ ແຕ່ໃນລະດູການນີ້ລາວສາມາດສະແດງຜົນງານໄດ້ຢ່າງໂດດເດ່ັນ ໂດຍຍິງໄປແລ້ວ 16 ປະຕູໃນທຸກລາຍການ ຈຶ່ງເຮັດໃຫ້ເປັນໄປໄດ້ທີ່ຈະໄດ້ຮັບຂໍ້ສະເໜີໃຫມ່.

ສ່ວນ ລຸກ ຊໍ ແລະ ດາໂລ ນັ້ນກາຍເປັນກອງຫລັກຕົວຫລັກຂອງ ເທນ ຮາກ ໃນລະດູການນີ້ ແລະ ເທນ ຮາກ ຕ້ອງການໃຫ້ທັງຄູ່ຢູ່ກັບທີມຕໍ່ໄປໃນໄລຍະຍາວ ສ່ວນ ເຟຣັດ ເຖິງຈະໃກ້ອາຍຸຄົບ 30 ປີແລ້ວ ແຕ່ກໍຖືເປັນກຳລັງສຳຮອງທີ່ສາມາດສ້າງແຮງພັກດັນໃຫ້ກັບທີມໄດ້ຢ່າງຕໍ່ເນື່ອງ.