ປະຊາຊົນບ້ານຮ່ອງງົວ ເມືອງນາຊາຍທອງ ພ້ອມສົມທົບທຶນສ້າງຫົນທາງ

ທ່ານ ຕິ່ງຄໍາ ອິນທະວົງ ນາຍບ້ານໆຮ່ອງງົວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໃຫ້ສຳພາດວ່າ: ຕາມແຜນແລ້ວ, ເສັ້ນທາງຕັດຜ່ານບ້ານຂອງຕົນຈະພັດທະນາຍົກລະດັບໃຫ້ເປັນທາງເບຕົງເສີມເຫລັກ, ແຕ່ປະຊາຊົນ ກໍໄດ້ແຕ່ຄອງຄອຍ ຈົນມາຮອດປັດຈຸບັນ ແລະ ໃນທີ່ສຸດແຜນການນີ້ກໍໄດ້ຢຸດລົງ. ຂະນະທີ່ນາງ ສຸພານີ ແພງລັດຕະນະວົງ ປະຊາຊົນບ້ານດັ່ງກ່າວເວົ້າວ່າ: ພົບຫລາຍບັນຫາໂດຍສະເພາະແຕ່ລະປີເມື່ອຍາມແລ້ງມີຂີ້ຝຸ່ນ ຍາມຝົນກໍພົບສະພາບທາງເປັນບວກເປັນຂຸມ.
ແນວໃດກໍດີນັບແຕ່ປີ 2012 ເປັນຕົ້ນມາ, ປະຊາຊົນ 3 ບ້ານຄືບ້ານຮ່ອງງົວ, ບ້ານແສນດິນ ແລະ ບ້ານໂພນມ່ວງໄດ້ສົມທົບກັບບໍລິສັດດູດຫີນແຮ່ ສ້ອມແປງເສັ້ນທາງແຕ່ລະປີ. ຂະນະດຽວກັນເຖິງວ່າບໍລິສັດດັ່ງ ກ່າວ ໄດ້ຫົດນໍ້າເສັ້ນທາງເຊົ້າ-ແລງ, ແຕ່ກໍຍັງມີຂີ້ຝຸ່ນຢູ່ ຊຶ່ງບັນຫານີ້ປະຊາຊົນໄດ້ສະເໜີຂັ້ນເທິງ ກໍຄືພາກ ສ່ວນກ່ຽວຂ້ອງ ຈັດສັນງົບປະມານເພື່ອຮີບຮ້ອນປັບປຸງສ້ອມແປງເສັ້ນທາງທີ່ຍາວພຽງແຕ່ 3 ກິໂລແມັດ. ຂະນະທີ່ຄວາມຄາດຫວັງຂອງປະຊາຊົນຄືຢາກມີເສັ້ນທາງເບຕົງເສີມເຫລັກນັ້ນ ກໍພ້ອມສົມທົບທຶນຮ່ວມລັດໃນຮູບແບບປະຊາຊົນ 30% ແລະ ລັດ 70%.

